laoserixon@live.com

ຖແລງການ

ຮຽກຮ້ອງ ພັກຣັດ ອອກມາໂອ້ລົມ.

ພວກເຮົາ ປະຊາຊົນພັກ ແລະກຳລັງທັບເສຣີ ປະຊາທິປະໄຕລາວ, ກໍຄືຜູ້ຕາງໜ້າຄົນລາວ ທັງໃນ ແລະນອກປະເທດ ທີ່ເຊີດຊູ, ເທີດທູນ ແລະຮັກຫອມ ເສຣີປະຊາທິປະໄຕ; ໄດ້ອອກຖແລງການສບັບນີ້, ເພື່ອຮຽກຮ້ອງໃຫ້ພັກຣັດອອກມາໂອ້ລົມກັບພວກເຮົາ, ກ່ອນທີ່ຈະກາຍເປັນຜູ້ຕ້ອງຫາທາງການເມືອງ.ການແກ່ຍາວ, ທ່ວງດຶງເວລາ ເພື່ອປົກປ້ອງອຳນາດຜເດັດການ ຂອງພັກຣັດ ໄວ້ໃຫ້ໝັ້ນຄົງນັ້ນ, ມັນໄດ້ກ້າວເຂົ້າສູ່ທາງຕັນ ຢ່າງຊິ້ນເຊີງແລ້ວ!.ເພາະການປະຕິບັດຈິນຕນາການໃໝ່ ໄຂປະຕູສູ່ໂລກພາຍນອກ; ຮຽກຮ້ອງໃຫ້ນັກລົງທຶນຕ່າງຊາດ ເຂົ້າມາທຳທຸຣະກິຈການຄ້າໃນລາວ, ມັນໄດ້ເຮັດໃຫ້ຄນະພັກຣັດ ກາຍເປັນຄົນ ໂລບມາກໂລພາ, ກາຍເປັນຄົນສໍ້ຣາດບັງຫລວງ, ຂາດສະຕິຊາດ, ຂາດສິລທັມປະຕິວັດ.

ການເຂົ້າມາເປັນສາມະຊິກສະມາຄົມອາຊຽນ...ປະຕິບັດນະໂຍບາຍເສຖກິດການທ່ອງທ່ຽວ ແລະພັທນາກົນໄກຕລາດການຄ້າເສຣີ, ຕລອດຮອດການຈັດງານໃຫຍ່ຊີເກມ, ສລອງວຽງຈັນ 450ປີ ແລະໄຂກອງປະຊຸມຣະດັບພາກພື້ນ, ຣະດັບໂລກຕ່າງໆເຫລົ່ານີ້. ນອກຈາກໄດ້ເຮັດໃຫ້ອົງການຈັດຕັ້ງສາກົນ ແລະບັນດານັກການທູດ ເຂົ້າມາເປັນສັກຂີພິຍານ ໃນຄວາມທຸກທໍຣະມານ ຂອງປະຊາຊົນລາວ ຢູ່ພາຍໃຕ້ອຳນາດຜເດັດການແລ້ວ, ຍັງໄດ້ເຮັດໃຫ້ປະຊາຊົນລາວ ຮຽນຮູ້ ແບບແຜນ ການດຳຣົງຊີວິດ   ອ່ານຕໍ່