ຄວາມ​ກະຕັນຍູ ຄື ຄວາມ​ງາມ​ແຫ່ງ​ອຸບປະ​ນິສັຍ​ຂອງ​ຜູ້​ມີ​ທັມ​ໃນ​ຈິດ

   ວິທີ​ອຸບ​ປະສົມ​ບົຕ​ໃນ​ພຣະພຸ​ທສາສນາ ຊື່​ງມີ​ຢູ່-3-ວິທີ​ນັ້ນ ວິທີ​ແຣກຄື ​ເອຫິພິກຂຸອຸບປະ​ສັມປະທາ ພຣະສາສດາ​ປະທານ​ເອງ​ແກ່​ຜູ້​ມຸ່ງ​ອຸບ

ປະສົມ​ບົຕ ດວ​້ຍພຣະວ່າ​ຈາວ່າ-ຈົ່ງ​ມາ​ເປັນ​ພິກສຸດວ້ຍກັນ​ເຖີດ ​ເພື່ອ​ທຳ​ທີ່​ສຸດ​ແຫ່ງ​ທຸກ-ຖ້າ​ຜູ້​ນັ້ນ​ເຖິງ​ທີ່​ສຸດ​ແຫ່ງທຸກ​ແລ້ວ ຄື​ບັນລຸ​ອໍຣະຫັດ​

ຕະຜົນ​ ແລ້ວ​ຂໍ​ອຸບ​ປະສົມ​ບົຕ ກໍ່​ຈະ​ບໍ່​ຕັດ​ປະ​ໂຍດ​ຫລັງ ຕັດພຽງ​ວ່າ ຈົ່ງ​ມາ​ເປັນ​ພິກສຸ​ດວ້ຍກັນ​ເຖີດ-ຕໍ່​ມາ​ເມື່ອ​ພຣະພຸ​ທອົງ​ຄ໌ຊົງ​ສົ່ງ​ພຣະສາວົກ

ໄປປະກາດ​ພຣະສາສນາ ມີ​ຜູ້​ສັດທາ​ເລື່ອມ​ໃສ​ປຣາຖນາ​ຈະ​ບວດ ພຣະສາວົກ​ຕອ້ງພາ​ມາເຝົ້າພຣະສາສດາ ​ເພື່ອ​ປະທານ​ອຸບ​ປະສົມ​ບົຕ​ໃຫ້

ບາງທີ​ກໍ່​ເດີນທາງ​ມາ​ຈາກ​ທີ່​ໄກ ພຣະພຸ​ທອົງ​ຄ໌ຊົງ​ເຫັນ​ຄວາມ​ລຳບາກ​ຂອງ​ຜູ້​ມຸ່ງ​ກາຣ​ອຸບ​ປະສົມ​ບົຕ ​ແລະ​ພຣະສາວົກ ຈຶ່ງຊົງ​ອະນຸຍາດ​ໃຫ້​ພຣະ

ສາວົກອຸບ​ປະສົມ​ບົຕ​ໄດ້​ເອງ ​ໂດຍ​ໃຫ້​ຜູ້​ປຣາຖນາບ​ວດ​ເປັ່ງວາຈາ ​ເຖິງພຣະຣັດຕະນະ​​ຕັຍວ່າ ພຸດທັງ​ ສະຣະນັງ ຄັດ​ສາມິ ​ເປັນ​ຕົ້ນ​ ວິທີ

ນີ​ເອີ້ນ​ວ່າ ຕິ​ສະຣະນະຄະມະ​ນູປະ​ສັມປະທາ ຫຼື​ກາຣ​ອຸບ​ປະສົມ​ບົຕ ​ໂດຍ​ວິທີ​ເຖິງ​ສະຣະນະ-3- ຕໍ່​ມາ​ຊົງ​ອະນຸຍາດ ກາຣອຸບ​ປະສົມ​ບົຕ​ແບບ

ຍັດຕິ​ຈະຕຸ​ຕະຖະກັມ ຄື​ມີ​ກາຣສ​ເນີ​ຍັດຕິ-1-ຄັ້ງ​ ແລະ​ຂໍ້ຄວາມ​ຍິນ​ຍອມ​ພອ້ມ​ໃຈ​ຈາກ​ສົງຄ໌​ອີກ-3-ຄັ້ງ ສາມ​ວາຣະ ຣວມ​ເປັນ4-ທັງ​ຍັດຕິ ຈຶ່ງ​ເອີ້ນ

ຍັດຕິ​ຈະຕຸ​ຕະຖະກັມ ວິທີ​ນີ້​ເປັນ​ກາຣ​ມອບ​ຄວາມ​ເປັນ​ໃຫ່ຽ​ໃຫ້​ສົງຄ໌ຢ່າງ​ແທ້​ຈິງ ມີ​ພຣະສາຣິບຸດ​ເປັນ​ອຸບ​ປະ​ນາ​ຍະ​ອົງຄ໌​ແຣກ ພຣະຣາທະ​ເປັນ​ພິກ

ສຸ​ອົງຄ໌ແຣກຂອງ​ວິທີ​ນີ້ ພຣະຣາທະ​ເກີດ​ໃນ​ຕະກຸນ​ພາມ ​ເມື່ອ​ເປັນ​ຄະ​ລື​ຫັດ​ໄດ້​ເປັນ​ຜູ້​ຕົກ​ຍາກ​ໃນ​ຍາມ​ຊະຣາ ຊຶ່ງ​ເປັນຄວາມ​ທຸກ​ໜັກ​ຂອງ​ຊີວິດ

ບໍ່​ມີ​ທີ່​ເພິ່ງ​ອີງ​ຈຶ່ງ​ໄປ​ອາສັຍ​ພິກສຸ​ທັງຫລາຍ ຢູ່​ໃນ​ວັດເຊຕວັນ ​ເມືອງ​ສາ​ວັດ​ຖີ ຊອ່ຍກວດຫຍ້າ​ວັດ ກວດ​ບໍຣິ​ເວນວັດ​ແລະຖວາຍ​ນ້ຳລ້າງໜ້າບ

ວ້ນປາກ ນ້ຳລ້າງ​ມື​ລ້າງ​ຕີນ​ເປັນ​ຕົ້ນ ​ແກ່​ຖິກສຸ​ທັງຫລາຍ-

  ພາມ​ຣາທະ​ມີ​ສັດທາ ໃນ​ພຣະສາສນາ ຢາກ​ບວດ​ເຫລືອ​ເກີນ ​ແຕ່​ບໍ່​ມີ​ພິກສຸ​ອົງຄ໌​​ໃດຍອມ​ບວດ​ໃຫ້ ເພາະ​ເຫັນວ່າຣາທະພາມແກ່​ແລ້ວ ​

ເກງ​ຈະ​ເປັນ​ຜູ້​ມີ​ທິດ​ຖີມານະ ​ຈັດວ່າ​ຍາກສອນ​ຍາກ ພາມ​ຜ່າຍຜອມ​ລົງ​ເພາະຄວາມ​ບໍ່​ສົມ​ຫວັງ-ວັນ​ນຶ່ງ-ພຣະສາສດາຊົງຕຣວດ​ເບິ່ງ​ອຸບປະ​ນິ

ສັຍແຫ່ງ​ອໍຣະຫັດຕະຜົນຂອງຣາທພາມ ຈຶ່ງ​ສະ​ເດັດ​ໄປ​ຍັງ​ທີ່ ທີ່​ພາມກວດຕາດ​ວັດ​ຢູ່ ຕັດ​ຖາມ​ວ່າໄດ້​ຮັບ​ກາຣສົງຄ໌​ເຄາະ​ອັນ​​ໃດ​ຈາກ​ພິກສຸ​ທັງ

ຫລາຍ​ແນ່ ພາມ​ກາບ​ທູນ​ວ່າ-ໄດ້​ອາຫານຣພອ້ມຍັງ​ຊີບ ໄດ້​ອາສັຍ​ຫລັບ​ນອນ​ສິ່ງ​ທີ່​ເຂົາ​ຕອ້ງກາຣທີ່ສຸດ​ ຄືກາຣ​ໄດ້ບວດ​ໃນ​ສາສນາ ​ແຕ່​ບໍ່

ມີ​ພິກສຸ​ອົງຄ໌ໄດຍອມ​ບວດ​ໃຫ້​ດວ້ຍ​ເຫັນ​ວ່າ​ແກ່​ແລ້ວພຣະສາສດາ​ຊົງ​ປຣາຖ ເຣື້ອງຣາທະພາມນີ້ເປັນເຫຕຸ ຮັບສັ່ງໃຫ້ປະຊຸມສົງຄ໌ຕັດຖາມທ່າມ

ກາງສົງຄ໌ວ່າ ພິກສຸທັງຫລາຍໃນບັນດາພິກສຸຈຳນວນເທົ່ານີ້ ໃຜເຄີຍໄດ້ຮັບອຸບປະກາຣະໃດໆ ແມ່ນພຽງເລັກນອ້ຍຈາກຣາທະພາມແນ່ ເມື່ອ

ພິກສຸອື່ນໆ ຢຸດຢູ່ ພຣະສາຣິບຸດຈຶ່ງກາບທູນຂຶ້ນວ່າ ຂ້າພຣະຈອມມຸນີຂ້າພຣະອົງຄ໌ຣະນຶກໄດ້ຢູ່ວັນນຶ່ງເຫິງມາແລ້ວ ຂ້າພຣະອົງຄ໌ອອກບິນທະ

ບາດໃນເມືອງຣາຊຄົດ ຣາທະພາມໄດ້ໃຫ້ອາຫາຣຊັບພີນຶ່ງແກ່ຂ້າພຣະອົງຄ໌-ສາຣິບຸດ-ເມື່ອເປັນດັ່ງນີ້ເຈົ້າຊອ່ຍເບື້ອງທຸກຂອງພາມ ຜູ້ເຄີຍມີ

ອຸບປະກາຣະແກ່ຕົນສົມຄວນ ຫຼືຄວນຢູ່ຂ້ານອ້ຍ ພຣະສາຣິບຸດກຣາມທູນພຣະອົງຄ໌ ຂ້າພຣະອົງຄ໌ຈັກໃຫ້ພາມນີ້ບວດເອງ-ເບິ່ງເຖີດພະຣາຄາ

ເບິ່ງຄວາມງາມແຫ່ງອຸບປະນີສັຍຂອງຜູ້ມີທັມໃນຈິດ ຊຶ່ງມີຄວາມກະຕັນຍູກະຕະເວທີເປັນພື້ນຖານ ຣະນຶກເຖິງອຸບປະກາຣະຂອງຜູ້ເຄີຍທຳ

ຄວາມດີແກ່ຕົນ ແມ່ນພຽງເລັກນອ້ຍ ພຽງ​ເຂົ້າ​ຊັບ​ພີ​ດຽວ ບໍ່​ຕອ້ງ​ເຖິງ​ອຸບປະກາຣະຫລາຍເມື່ອ​ພຣະຣາທະ​ບວດ​ແລ້ວ-ດວ້ຍຍັດຕິ​ຈະຕຸ​ຕະ

ຖະກັມວິທີ ​ໂດຍ​ຄວາມ​ຍິນ​ຍອມຂອງ​ພິກສຸ​ສົງຄ໌ ດັ່ງ​ນີ້​ແລ້ວ​ກໍ່​ມີ​ຄວາມຊື່ນ​ຊົມ​ໂສ​ມະ​ນັດ​ເປັນ​ທີ່​ຍິ່ງ ​ເພາະ​ເປັນ​ສິ່ງ​ທີ່​ຄອຍ​ແລະ​ຫວັງ​ມາ​ເປັນ​ເວລາ

ນານປະມານ​ນຶ່ງ​ ພື້ນ​ປັດ​ຕະພີ​ອັນ​ແຫ້ງ​ຜາກ​ແຕກຣະ​ແຫງ​ເພາະ​ຂາດ​ນ້ຳ ​ເມື່ອ​ໄດ້​ພິຣຸນຫລັ່ງລົງ​ຢ່າງ​ໜັກ ຍອ່ມຊຸ່ມ​ຂຶ້ນ​ກົມ​ກືນ​ເປັນ​ເນື້ອ​ດຽວກັນ

ພອ້ມທີ່​ຈະ​ເປັນ​ບໍ່​ເກີດ​ແຫ່ງ​ພິດຊະພັນ​ອັນ​ອຸດົມ ​ເປັນ​ທີ່​ຊື້​ນຊົມ​ໂສມະນັດ​ແກ່​ສັດ​ທັ່ວປັດທະ​ພີ-ພຣະຣາທະຕອ້ງລຳບາກ-ເຣື້ອງອາຫາຣຂົບສັນ

ແນ່ເລັກນອ້ຍ ເພາະເປັນຜູ້ບວດຕອນແກ່ແລະເປັນພຣະໃໝ່ໃນໂຮງສັນ ທ່ານຕອ້ງນັ່ງໃນອາສນາສຸດທ້າຍ ຕາມທັມນຽມທາຍົກຍອ່ມຖວາຍອາ

ຫາຣແກ່ສົງຄ໌ ຕັ້ງຕົ້ນແຕ່ພຣະສັງຄະເຖຣະລົງມາ-ເມື່ອທ່ານພຣະຣາທະ ເປັນຜູ້ໃໝ່ແລະຢູ່ປາຍແຖວ ອາຫາຣຍອ່ມມີແກ່ທ່ານແນ່ ບໍ່ເຖິງແກ່

ທ່ານແນ່ແຕ່ທ່ານກໍ່ອົດທົນ ບໍ່ເຄີຍອອກປາກເວົ້າໃນເຣື້ອງນີ້-ຝ່າຍພຣະທັມເສນາບໍດີໄດ້ຊາບຄວາມລຳບາກ ເຣື້ອງອາຫາຣຂອງພຣະຣາທະ

ຜູ້ເປັນສັດທິວິຫາຣິກຂອງຕົນ ຈື່ງຂົນຂວາຍຊອ່ຍເຫຼືອ ໂດຍກາຣນຳໄປສູ່ທີ່ຈາຣິກຕ່າງໆ ມີພິສຸຕາມໄປນອ້ຍ ພຣະທັມເສນາບໍດີມີບາຣະມີສູງ

ມີຄົວເລື່ອມໃສຫລາຍ ຈຶ່ງບໍ່ລຳບາກດວ້ຍຊັດຊະໂພຊະນາອາຫາຣ ພຣະຣາທະກໍ່ໄດ້ອາສັຍໃຫ້ອິນທຣິກະປີ້ກະເປົ່າຂຶ້ນ ມີຜິວພັນຜ່ອງໃສຂຶ້ນ

ໃນຂນະທີ່ຈາຣິກຢູ່ນັ້ນ ພຣະສາຣິບຸດກໍ່ພຳ່ສອນອົບຣົມ ແລະຕັກເຕືອນພຣະຣາທະຢູ່ເລື້ອຍໆ ວ່າສິ່ງນີ້ຄວນເວັ້ນສິ່ງນີ້ຄວນທຳພຣະຣາທະເປັນ

ພຣະແກ່ທີ່ວ່າງ່າຍສອນງ່າຍ ຮັບໂອວາດດວ້ຍຄວາມເຄົາຣົບ ປະຕິບັຕຕາມໂອວາດຂອງພຣະສາຣິບຸດ ຢູ່ຢ່າງສມຳສເມີບໍ່ນານນັກ

ກໍ່ໄດ້ສຳເຣັດອໍຣະຫັດຜົນ

         ຄຸນສົມບັຕຂອງຜູ້ມີຄວາມກະຕັນຍູແລະຜູ້ວ່າງ່າຍ 

ວັນນຶ່ງພິກສຸທັງຫລາຍປະຊຸມສົນທະນາກັນທີ່ທັມສະພາວ່າພຣະສາຣິບຸດເຖຣະເປັນຜູ້ມີຄວາມກະຕັນຍູກະຕະເວທີ ຣະນຶກເຖິງອຸບປະກາຣະຂອງ

ພາມຜູ້ເຄີຍຖວາຍອາຫາຣ

ແກ່ຕົນແມ່ນພຽງຊັບພີດຽວເປັນອຸປັຊນາຍະ ໃຫ້ພາມຕົກຢາກບວດແລ້ວ ນັບວ່າໄດ້ທຳຈິດທີ່ບຸກຄົນອື່ນທຳໄດ້ຍາກ ຝ່າຍພຣະຣາທະ ເລົາກໍ່

ເປັນຜູ້ວ່າງ່າຍອົດທົນຕໍ່ໂອວາດໄດ້ ທ່ານຜູ້ຄວນແກ່ກາຣສັ່ງສອນເໝືອນກັບຜູ້ເປັນອາຈານ-ພະຣາຄາ-ທັມມະດາບຸກຄົນຜູ້ມີຄວາມກະຕັນຍູ

ກະຕະເວທີນັ້ນ ຍອ່ມຣະນຶກເຖິງຢູ່ສເມີຊຶ່ງອຸບປະກາຣະທີ່ຜູ້ອື່ນກະທຳແລ້ວແກ່ຕົນ ແມ່ນພຽງເລັກນອ້ຍຄອຍຫາໂອວາດຕອບແທນຄວາມດີ ທີ່

ຄົນອື່ນທຳແລ້ວແກ່ຕົນ ຝັງຈິດຝັງໃຈຂອງຕົນຢູ່ຕຣອດເວລາ ຕົງກັນຂ້າມກັບຄົນຜູ້ບໍ່ມີຄວາມກະຕັນຍູກະຕະເວທີ ໃຜທຳຄຸນໃຫ້ຄຸນນັ້ນ ປຣາ

ກົດພຽງຊົ່ວຄາວ ເໝືອນລອຍນ້ຳຂຶ້ນຣອ່ງຄົນມີຄວາມກະຕັນຍູ ຍອ່ມບໍ່ຖືເອົາຂໍ້ບົກພ່ອງເລັກນອ້ຍ ຂອງຜູ້ມີຄຸນ ມາລົບລ້າງຄຸນງາມຄວາມດີສ່ວຍ

ໃຫ່ຽ ທຳນອງເອົາໃບບົວປິດທອ້ງຟ້າ ຫາກວ່າໃບບົວນັ້ນອາດປິດຕາຂອງຕົນບໍ່ໃຫ້ເປັນທອ້ງຟ້າໄດ້ ແຕ່ທອ້ງຟ້າຍອ່ມປຣາກົດແກ່ຄົນທົ່ວໄປ

ສເມີ ຄົນກະຕັນຍູກະຕະເວທີ ມີແຕ່ຄວາມຈະເຣີນບໍ່ເສື່ອມ ສວ່ນຄົນກະຕັນຍູມີແຕ່ຄວາມເສື່ອມບໍ່ຈະເຣີນ

  ພຣະສາສດາສເດັດມາຍັງທັມສະພາ ຊົງ​ຊາບ​ເຣື້ອງພິກສຸ​ທັງຫລາຍ ສົນທະ​ນາ​ກັນແລ້ວ​ຕັດ​ວ່າ-ພິກສຸ​ທັງຫລາຍ ບໍ່​ພຽງ​ແຕ່​ໃນ​ບັຕ​ນີ້​ເທົ່າ​ນັ້ນ

“​ທີ່​ສາຣິບຸດ​ເປັນ​ຜູ້​ມີ​ຄວາມ​ກະຕັນ​ຍູ​ກະຕະ​ເວທີ ​ແມ່ນ​ໃນ​ຊາຕ​ກອ່ນ ສມັຍ​ເປັນ​ຊ້າງ ຊຶ່ງ​ເປັນ​ເດັຽຣັດສານ ສາຣິບຸດກໍ່​ມີຄວາມ​ກະຕັນຍູ​ກະຕະ​ເວທີ​

ເໝືອນ​ກັນ-​ເມື່ອ​ຕັດ​ສັ່ງ​ດັ່ງ​ນີ້​ແລ້ວ ຕັດ​ເລົ່າ​ເຣື້ອງຊ້າງ​ຕົວ​ນຶ່ງ ຖືກ​ຕໍ​ໄມ້​ແຫລມ​ຕຳ​ຂາ​ຍ່າງ​ໄປ​ໃສ​ບໍ່​ໄດ້ ພວກ​ຊ່າງ​ໄມ້​ກຸ່ມ​ນຶ່ງໄປພໍ້ເຂົາໃນປ່າແລ້ວ

ຊອ່ຍກັນຖອດຕໍໄມ້ແຫລມນັ້ນອອກຈາກຂາ ແລະໄດ້ນຳເອົາຫຍ້າສມຸນໄພມາຖອກໃຫ້ຊ້າງຕົວນັ້ນກໍ່ຫາຍໂຣກຄວາມເຈບແລ້ວ ກໍ່ຣະນຶກເຖິງ

ອຸປກາຣະຂອງຊ່າງໄມ້ ນຳລູກຊ້າງຕົວນຶ່ງມາໃຫ້ເປັນເຄື່ອງຕອບແທນ ຊ້າງຜູ້ກະຕັນຍູນັ້ນຄື ພຣະສາຣິບຸດ ໃນບັຕນີ້ພຣະສາສດາຊົງປຣາຖພຣະ

ສາຣິບຸດ ຕັດເຣື້ອງຊ້າງດັ່ງນີ້ແລ້ວຊົງປຣາຖພຣະຣາທະຕັດເຣື້ອງເປັນຜູ້ວ່າງ່າຍຕໍ່ໄປວ່າ-ພິກສຸທັງຫລາຍ ທັມມະດາພິກສຸຄວນເປັນຜູ້ວ່າງ່າຍ

ເໝືອນພຣະຣາທະ ເມື່ອອາຈານຊີ້ໂທດກ່າວສອນຢູ່ກໍ່ບໍ່ຄວນຮ້າຍ ພວມແນມເຫັນບຸກຄົນຜູ້ຕັກເຕືອນສັ່ງສອນ ສະເໝືອນຜູ້ບອກຂຸມຊັບໃຫ້ ດັ່ງນີ້

ແລ້ວຊົງຢ້ຳວ່າ-ຜູ້ສລາດຄວນເຫັນວ່າ ຄົນທີ່ຊີ້ໂທດຕັກເຕືອນໃນເມື່ອເຫັນຄວາມຜິດ ກ່າວປາບໃຫ້ເວັ້ນຊົ່ວນັ້ນເປັນສະເໝືອນຜູ້ຊີ້ບອກຂຸມຊັບ

ໃຫ້ທ່ານເປັນຜູ້ມີປັນຍາເປັນບັນຣິດ ໃຜຄົບເຂົາກໍ່ມີແຕ່ທາງດີ ບໍ່ມີທາງເສັຽເລີຍ-ດູກອ່ນທ່ານຜູ້ເປັນໂອຣົດແຫ່ງທັມ ທ່ານລອງຕອງເບິ່ງເຖີດ

ວ່າ ກາຣຕັກ​ເຕືອນ​ສັ່ງສອນ​ຜູ້​ອື່ນ​ນັ້ນ​ເປັນ​ເຣື້ອງຍາກ​ພຽງ​ໃດ ຄົນ​ເຕືອນ​ຈະ​ຕອ້ງຄິດ​ແລ້ວຄິດ​ອີກ ຫລາຍ​ຄັ້ງ​ຫລາຍ​ຫົນ​ກອ່ນຈະ​ເຕືອນ​ໃຜ​ໄດ້

ເພາະ​ເກງ​ຂາມ​ເຂົາ​ຈະຮ້າຍ​ແນ່ ເຫຕຸຜົນ​ໃນ​ກາຣເຕືອນ​ມີ​ພຽງພໍ​ຫຼື​ບໍ່ ຖ້າ​ເຂົາ​ຖຽງ​ມີ​ເຣື້ອງຂຸ່ນ​ຂອງ​ໝອງ​ໃຈ​ກັນເກີດ​ຂຶ້ນ ຄວນ​ຈະ​ເຮັດ​ຢ່າງ​ໃດ​ແນ່​

ເຂົາ​ອາດ​ດ່າ​ວ່າໃສ່​ໜ້າ​ເອົາ​ວ່າ ມົວ​ທ່ຽວ​ເຕືອນຄົນ​ອື່ນຢູ່ ຂໍ້​ບົກ​ຜອ່ງຂອງ​ຕົນ​ກໍ່​ມີ ​ເປັນ​ຫຍັງ​ບໍ່​ຕັກ​ເຕືອນ​ຕົນ ​ແກ່​ໃຂຂໍ້​ບົກ​ພອ່ງຂອງ​ຕົນ​ແນ່​ເປັນ​ຕົ້ນ

         ທີ່ຕັ້ງແຫ່ງຄວາມເລື່ອມໃສ

  ພຣະສາຣິບຸດຜູ້ເລື່ອມໃສ ໃນພຣະຜູ້ມີພຣະພາກເຈົ້າຍິ່ງນັກ ກ່າວວາຈາສແດງຄວາມເລື່ອມໃສຂອງຕົນໃຫ້ປຣາກົດເນື່ອງໆ-ຄັ້ງນຶ່ງ-ເມື່ອພຣະ

ສາສດາປະທັບຢູ່ໃນສວນໝາກມວ່ງຂອງປາວາຣິກເສດຖີເຂດເມືອງນາລັນທາ ພຣະສາຣິບຸດເຂົ້າເຝົ້າພຣະຜູ້ມີພຣະພາກ ແລ້ວກາບທູນວ່າຂ້າ

ພຣະອົງຄ໌ເລື່ອມໃສ ພຣະຜູ້ມີພຣະພາກເຈົ້າຍິ່ງນັກແນ່ໃຈວ່າທັງໃນອະດີດ ອະນາຄົດແລະປັດຈຸບັນ ບໍ່ມີສະມະນະຫຼືພາມອື່ນໃດຈະມີຄວາມຮູ້ຍິ່ງ

ກ່ວາພຣະຜູ້ມີພຣະພາກ ໃນທາງພຣະສັມມາ​ສັມໂພທິຍານ-ດູກອ່ນສາຣິບຸດ-ພຣະສາສດາຕັດ ເຈົ້າຮູ້ຫຼືວ່າພຣະສັມມາສັມພຸດໂທເຈົ້າໃນອະດີດ

ປັດຈຸບັນແລະໃນອະນາຄົດທີ່ມີສິນຢ່າງນີ້ ມີທັມຢ່າງນີ້ ມີພຣະປັນຍາຢ່າງນີ້ ມີວິຫາຣທັມຢ່າງນີ້ ມີຄວາມຫລຸດພົ້ນຢ່າງນີ້ເຈົ້າຈຶ່ງກ່າວອາດພິວາຈາ

ອັນປະເສີດ ບັນລືສີໜາດຕໍ່ໜ້າເຮົາຕະຖາຄະຕະຢ່າງນີ້-ຂ້າແຕ່ພຣະທັມຣາຊາ ແມ່ນຂ້າພຣະອົງຄ໌ຈະບໍ່ມີຍານຫຍັງຮູ້ ຊາບເຖິງວິຫາຣທັມເປັນ

ຕົ້ນຂອງພຣະສັມມາສັມພຸທທະເຈົ້າກໍ່ຈິງ ​ແຕ່​ຂ້າພຣະ​ອົງຄ໌​ກໍ່​ພໍ​ຊາບ​ອາກາຣທີ່ເປັນແນວຂອງທັມໄດ້(ທະມຸມະນຸວະໂຍ)ພໍປຽບທຽບໄດ້ ປຽບເໝືອນ

ນະຄອນທີ່ມີປອ້ມປຣາກາຣແໜ້ນໜາມີກຳແພງແລະເຊິ່ງເທີນໝັ້ນຄົງ ມີປະຕູພຽງປະຕູດຽວ ຄົນຍາມຜູ້ເຝົ້າປະຕູພຣະນະຄອນນັ້ນເປັນຄົນສລາດ

ຄອຍຫ້າມຄົນທີ່ຄວນຫ້າມອະນຸຍາດໃຫ້ເຂົ້າໄປສະເພາະຄົນທີ່ຄວນອະນຸຍາດ ເຂົາທຽວກວດເບິ່ງຕາມແນວກຳແພງຣອບໆເມືອງ ບໍ່ເຫັນປອ່ງກຳ

ແພງແມ່ນພຽງແມວລອດໄດ້ ຈຶ່ງຄິດວ່າສັດທີ່ມີຮ່າງໃຫ່ຽຈະເຂົ້າອອກເມືອງນີ້ ຈະຕອ້ງເຂົ້າອອກທາງປະຕູນີ້ເທົ່ານັ້ນສັນ​ໃດຂ້າພຣະອົງຄ໌ກໍ່ສັນນັ້ນ

ພໍຊາບອາກາຣທີ່ເປັນແນວທັມໄດ້ ຄື ຂ້າພຣະອົງຄ໌ຄິດວ່າພຣະອໍຣະຫັນຕະສັມມາສັມພຸທທະເຈົ້າທີ່ມີມາແລ້ວໃນອະດີດແລະທີ່ຈັກຊົງອຸບັຕຂຶ້ນ ໃນ

ອະນາຄົດລວ້ນຊົງລະນິວອນ(5)ອັນ​ເປັນ​ເຄື່ອງ​ເສົ້າໝອງ​ແຫ່ງໃຈ ທອ້ນກຳລັງ​ປັນຍາ​ລວ້ນມີ​ມະ​ນັດ​ຕັ້ງ​ໝັ້ນ​ໃນ​ສະຕິ​ປັນນະ​ຖານ(4)ຈະ​ເຣີນສັມ​ໂພ

ຊະນັງ(7)​ໄດ້ຕາມ​ເປັນ​ຈິງ ຈຶ່ງ​ໄດ້​ຕັສຣູ້ອະນຸດຕະຣະສັມມາ​ສັມ​ໂພທິຍານ ແມ່ນ​ພຣະຜູ້​ມີ​ພຣະພາກອໍຣະຫັນ​ຕະສັມມາ​ສັ​ມພຸທທະ​ເຈົ້າ ໃນ​ປັດ​ຈຸ​ບັນ

ນີ້ກໍ່​ຊົງລະນິວອນ(5)ອັນເປັນ​ເຄື່ອງເສົ້າໝອງ​ແຫ່ງ​ໃຈ ທອ້ນກຳລັງ​ປັນຍາ​ມີ​ພຣະມະ​ນັດ​ຕັ້ງ​ໝັ້ນ​​ໃນ​ສະຕິ​ປັນນະຖານ(4)ຈະເຣີນສັມ​ໂພຊະ​ນັງ(7)​ໄດ້​

ຕາມ​ເປັນ​ຈິງ ຈຶ່ງ​ໄດ້​ຕັສຣູ້ອະນຸດຕະຣະສັມມາສັ​ມ​ໂພທິຍານ

  ພຣະອົງຄ໌​ຜູ້​ຈະ​ເຣີນ ພຣະສາຣິບຸດ​ກາບ​ທູນ​ຕໍ່​ໄປ ຄາວ​ໃດ​ທີ່​ຂ້າພຣະອົງຄ໌ເຂົ້າເຝົ້າ ພຣະຜູ້ມີພຣະພາກເພື່ອຟັງທັມ ຄາວນັ້ນພຣະອົງຄ໌ຊົງສແດງ

ທັມຢ່າງຍອດຢ້ຽມ ປະນິຕະຍິ່ງໜັກທັງຝ່າຍກຸສົນອະກຸສົນ ພອ້ມທັງອຸບປະມາອຸບປະມັຍອັນໄພເຣາະຍິ່ງ ພຣະອົງຄ໌ຊົງສແດງທັມພອ້ມອຸບປະມາ

ຢ່າງໃດ ຂ້າພຣະອົງຄ໌ກໍ່ສາມາຖຮູ້ຕາມເຂົ້າໃຈໄດ້ສິ່ງທັມນັ້ນ ໄດ້ເຖິງຄວາມສຳເຣັດທັມບາງສວ່ນ ຄືເຂົ້າເຖິງທັມບາງສວ່ນໃນທັມທັງຫລາຍແລ້ວ

ຈຶ່ງເລື່ອມໃສໃນພຣະອົງຄ໌ຍິ່ງໜັກ ວ່າພຣະຜູ້ມີພຣະພາກຕັສຣູ້ເອງໂດຍຊອບແນ່ແລ້ວ ພຣະທັມອັນພຣະອົງຄ໌ຕັດໃວ້ດີແລ້ວ ພຣະສົງຄ໌ສາວົກ

ຂອງພຣະອົງຄ໌ ເປັນຜູ້ປະຕິບັຕຊອບແລ້ວ ຕໍ່ຈາກນັ້ນພຣະສາຣິບຸດໄດ້ສັນຣະເສີນພຣະທັມ ທີ່ພຣະພຸທທະອົງຄ໌ຊົງສແດງແລ້ວອັນທຳໃຫ້ທ່ານ

ເລື່ອມໃສອື່ນໆອີກເປັນອັນມາກ ໃນທີ່ສຸດພຣະສາຣິບຸດໄດ້ກາບທູນວ່າ ຂ້າແຕ່ພຣະຈອມມຸນີ ສິ່ງໃດທີ່ກຸລບຸດຜູ້ມີສັດທາປຣາຖນາຄວາມພຽນ

ມີຄວາມພຽນໝັ້ນຄົງ ຈະພວມບັນລຸໄດ້ດວ້ຍເຮື່ອແຮງກຳລັງຄວາມພຽນ ແລະຄວາມບາກບັ່ນຂອງບຸຣຸດ ສິ່ງນັ້ນອັນພຣະຜູ້ມີພຣະພາກໄດ້ບັນລຸ

ເຕັມທີແລ້ວ-ອັນນຶ່ງ-ພຣະຜູ້ມີພຣະພາກ ບໍ່ຊົງໝົກມຸ່ນພົວພັນໃນກາມສຸຂ ອັນເປັນຂອງຊົ່ວ ເປັນຂອງຊາວບ້ານເປັນຂອງປູຖຸຊົນບໍ່ປະເສີດ ບໍ່ເປັນ

ປະໂຍດແທ້ຈິງ ພຣະອົງຄ໌ບໍ່ປະກອບຕົນດວ້ຍອັດຕະກິລົມພານຸໂຍດ  ສິ່ງນັ້ນພາທຳໃຫ້ເປັນທຸກບໍ່ປະເສີດເລີຍ ພຣະຜູ້ມີພຣະພາກເມື່ອຈຳນົງ

ຫວັງຢູ່ຍອ່ມໄດ້ຍານ(4)ໂດຍບໍ່ຍາກ ຢູ່ສະບາຍໃນປັດຈຸບັນໄດ້ຕາມພຣະປະສົງຄ໌-​ຂ້າແຕ່ພຣະຈອມມຸນີ-ຖ້າມີໃຜຖາມຂ້າພຣະອົງຄ໌ວ່າ ສະມະ

ນະຫຼືພາມເຫົ່ລາອື່ນ ທັງໃນອະດີດແລະອະນາຄົດ ທີ່ມີຄວາມຮູ້ຢ້ຽມຍິ່ງກົ່ວພຣະອົງຄ໌ມີຢູ່ຫຼືບໍ່ ຂ້າພຣະອົງຄ໌ກໍ່ຈະຕອບວ່າບໍ່ມີ-ຖ້າເຂົາຖາມ-ວ່າ

ເຫຕຸໃດທ່ານສາຣິບຸດຈຶ່ງຕອບຮັບບາງຢ່າງ ປະຕິເສດບາງຢ່າງ ຂ້າພຣະອົງຄ໌ພວມຕອບເຂົາວ່າ ຂ້າພຣະເຈົ້າໄດ້ສດັບມາສະເພາະພຣະພັກ

ຂອງພຣະຜູ້ມີພຣະພາກເຈົ້າວ່າ ພຣະອໍຣະຫັນຕະສັມມາສັມພຸທທະເຈົ້າ ທັ້ງໃນອະດີດແລະອະນາຄົດ ເປັນຜູ້ມີຄວາມຮູ້ສເມີກັບພຣະອົງຄ໌ໃນສັມ

ໂພທິຍານ ແຕ່ໃຊ້ທີ່ພຣະສັມມາສັມພຸດໂທເຈົ້າ(2)ພຣະອົງຄ໌ ຈະສະເດັດອຸບັຕຂຶ້ນ ພອ້ມກັບໃນໂລກທາຕຸດຽວກັນນັ້ນເປັນໄປບໍ່ໄດ້-ຂ້າແຕ່ພຣະຕະ

ຖາຄະຕະເຈົ້າ ເມື່ອເຂົາຖາມຢ່າງນີ້ ຂ້າພຣະອົງຄ໌ຕອບຢ່າງນີ້ ຈະຖືວ່າກ່າວຕາມພຣະພຸທທະເຈົ້າຫຼືບໍ່ ຊື່ວ່າກ່າວແກ້ຖືກຕອ້ງເໝາະສົມແລຫຼື ຂ້າ

ພຣະອົງຄ໌ບໍ່ພຶ່ງເປັນຜູ້ຄວນຕິຕຽນແລຫຼື(ພຣະທັມຣາຊາຕັດວ່າ)ຖືກແລ້ວສາຣິບຸດ ຖືກເຈົ້າກ່າວແກ້ຊອບແກ່ຄຳຖາມແລ້ວ-ເມື່ອພຣະສາສດາ

ຕັດດັ່ງນັ້ນ-ພຣະອຸທາຍີ ຊຶ່ງນັ່ງຢູ່ທີ່ນັ້ນດວ້ຍ ໄດ້ກາບທູນຂຶ້ນວ່າ ອັດສະຈັນໜັກພຣະເຈົ້າຂ້າ ບໍ່ເຄີຍມີມາໄດ້ມີຂຶ້ນແລ້ວ ຄືຂໍ້ທີ່ຄວາມມັກນອ້ຍ

ຄວາມສັນໂດດ ຄວາມຂັດເກລາມີຢູ່ແກ່ພຣະຜູ້ມີພຣະພາກ ຜູ້ມີພຸທທະຫລາຍມີອານຸພາພຫລາຍ ເຖິງປານນີ້ແຕ່ບໍ່ຊົງສແດງ ພຣະອົງຄ໌ໃຫ້ປຣາ

ກົດ ພຣະອົງຄ໌ຜູ້ຈະເຣີນ ຖ້າພວກດຽວຖືປະຣິພາຊົກໄດ້ເປັນທັມຢ່າງນີ້ໃນຕົນ ແມ່ນສັກຂໍ້ນຶ່ງ ພວກເຂົາຈະຕອ້ງຍົກທຸງທ່ຽວປະກາດໃຫ້ຄົນທັງ

ຫລາຍຮູ້ເປັນແນ່ແທ້-ພຣະທະສະພົລຊົງຮັບຖອ້ຍຄຳຂອງພຣະອຸທາຍີນັ້ນວ່າ ເປັນຄວາມຈິງແລະຕັດກັບພຣະສາຣິບຸດວ່າ ສາຣິບຸດ ດວ້ຍເຫຕຸນີ້

ເຂົາພວມກ່າວທັມປະຣິຍາຍນີ້ເລື້ອຍໆແກ່ພິກສຸ ພິກສຸນີ ອຸບາສົກ ອຸບາສິກາ ເພາະວ່າຄົນບາງພວກອາດມີຄວາມສົງຄ໌ສັຍເຄືອງແຄ້ນໃນຕະຖາ

ຄະຕະຢູ່ ເມື່ອໄດ້ຟັງທັມປະຣິຍາຍນີ້ແລ້ວ ຈັກຣະຄວາມສົງຄ໌ສັຍເຄືອງແຄ້ນນັ້ນເສັຽໄດ້-ທັມປະຣິຍາຍນີ້ຊື່ວ່າ-ສັມປະສາທະນິຍະ-ເປັນທີ່ຕັ້ງແຫ່ງ

ຄວາມເລື່ອມໃສ ເພາະພຣະສາຣິບຸດອັກຄະສາວົກເບື້ອງຂົວ ໄດ້ປະກາດຄວາມເລື່ອມໃສຂອງຕົນສະເພາະພຣະພັກຂອງພຣະຜູ້ມີພຣະພາກ

         ຕະປູຕຶງໃຈ

  ພຣະທັມເສນາບໍດີສາຣິບຸດ ເປັນຜູ້ມີຈິດອະນຸເຄາະຍາດພີ່ນອ້ງ ໃຫ້ຕັ້ງຢູ່ໃນຄຸນທັມທີ່ທ່ານເຫັນວ່າ ເປັນປະໂຍດເກື້ອກຸນແກ່ເຂົາຕຣອດກາຣະ

ນານ ທ່ານໄດ້ບັນລຸແລ້ວຊຶ່ງສຸຂໃດອັນປະນິດໝັ້ນຄົງບໍ່ເຈືອດວ້ຍທຸກ ກໍ່ປຣາຖນາຊັກຈູງຍາດພີ່ນອ້ງ ມາສູ່ຄວາມສຸຂນັ້ນດວ້ຍ-ເມື່ອທ່ານໄດ້ບວດ

ໃນທັມວິນັຍອັນປະເສີດ-ຂັດເກລາຢ່າງຍິ່ງແລະເປັນໄປເພື່ອນຳສັດອອກຈາກທຸກແລ້ວ ນອ້ງຂອງທ່ານ(5)ຄົນເປັນນອ້ງຍິງ(3)ຄົນ ຄືຈາລາອຸປະ

ຈາລາ ສີສຸປະຈາລາແລະນອ້ງຊາຍ(2)ຄົນຄື ຈຸນທະແລະອຸປະເສນະ ໄດ້ອອກບວດຕາມຄຳແນະນຳຂອງທ່ານ ເຫລືອແຕ່ນອ້ງຊາຍອີກຄົນດຽວທີ່

ຍັງບໍ່ໄດ້ບວດ ຄືເຣວັດກຸມານ-ຕຣອດເວລານັ້ນມາ-ມານດາຂອງທ່ານຍັງບໍ່ເລື່ອມໃສ ພຣະພຸທທະສາສນາ ກາຣທີ່ພຣະສາຣິບຸດນຳລູກຍິງແລະ

ລູກຊາຍເຖິງ(5)ຄົນໄປບວດຣວມເປັນ(6) ທັງອົງຄ໌ພຣະສາຣິບຸດດວ້ຍນັ້ນ ກໍ່ຄວາມສະເທືອນໃຈແກ່ນາງບໍ່ນອ້ຍຢູ່ແລ້ວ ເພາະນາງຍັງເບິ່ງບໍ່ເຫັນຄຸນ

ຄ່າຂອງການອອກບວດ ດຳຣົງຊີວິດຢູ່ຢ່າງລຳບາກຍາກຈົນລຳບາກໃນສາຍຕາຂອງນາງ ແຕ່ເປັນຄວາມສຸຂສງົບເຍືອກເຢັນໃນຄວາມຮູ້ສຶກຂອງ

ທ່ານທີ່ໄດ້ບວດແລ້ວ ແຕ່ນາງຫາໄດ້ມອງເຫັນຄຸນອັນປະເສີດຂອງບັນພະຊາບໍ່ ດັ່ງນັ້ນສິ່ງທີ່ນາງກົວທີ່ສຸດໃນເວລານີ້ ຄືກົວວ່າພຣະສາຣິບຸດຈະນຳ

ນອ້ງຊາຍຄົນນອ້ຍ ຄືເຣວັດກຸມານຫວັງໃຫ້ດຳຣົງສະກຸນ ເປັນທີ່ເພິ່ງຂອງນາງໃນຍາມຊະຣາ ນາງບໍ່ເຂົ້າໃຈເລີຍວ່າ ຄວາມເປັນຢູ່ຢ່າງບັນພະຊິດ

ຊຶ່ງຕອ້ງອາສັຍຢູ່ເຣື້ອງຊີບນັ້ນປະເສີດຢ່າງໃດນາງຍັງບໍ່ໄດ້ສຳຜັດກັບແສງສວ່າງທາງໃຈ ອັນປະເສີດທີ່ສອ່ງທາງຊີວິດ ທຳໃຫ້ຊີວິດມີຄວາມຫວັງ

ຢ່າງເຕັມທີບໍ່ວ້າເຫັນ-ດວ້ຍເຫດດັ່ງກ່າວມານີ້-ນາງຈຶ່ງປຣາຖນາຈະຜູກມັດເຣວັດກຸມານໃວ້ດວ້ຍກາຣຄອງເຮືອນ ອັນໃດເລົາຈະສາມາຖຜູກໃຈ

ຊາຍໄດ້ເທົ່າເຄື່ອງຜູກຄືຜູ້ຍິງ ຮູບ ສຽງ ກິ່ນ ຣົດ ແລະສັມຜັດແຫ່ງຍິງນັ້ນ ເປັນຕະປູຕຶງໃຈຊາຍໃຫ້ຕິດຢູ່ ໝົກມຸ່ນຢູ່ ພົວພັນຢູ່ ຍາກທີ່ຈະສລັດ

ອອກໄປໄດ້ ເມື່ອເຣວັດກຸມານຢູ່ຄອງເຮືອນ ກໍ່ຈະເປັນຜູ້ຮັບມໍຣະດົກຊັບສົມບັຕທັງເບິດຂອງນາງບໍ່ໃຫ້ພິນາດສູນຊິ້ນໄປ  ວັນ​ນຶ່ງ​ເມື່ອ​ພຣະສາຣິບຸດ

ມາ​ຢຽ້ມ​ໂຍມມານ​ດາ​ທີ່​ບ້ານ​ມານ​ດາ ​ໄດ້​ກ່າວ​ເຣື້ອງ​ຈະ​ໃຫ້ເຣວັດກຸ​ມານ​ແຕ່ງງານ​ກັບ​ກຸ​ມາຣີກາ​ຄົນ​ນຶ່ງ ຊຶ້ງມີ​ຊັບ​ແລະ​ຕະກຸນ​ສ​ເມີ​ກັນທັ້ງໆ ທີ​ເຣວັດ

ກຸ​ມານ​ເພິ່ງ​ມີ​ອາຍຸ-7-ຂວບ-ພຣະສາຣິບຸດ​ຈຶ່ງ​ກ່າວ​ເຕືອນ​ວ່າ-ກາຣ​ຄອງ​ເຮືອນ​ມີຄວາມສຸຂນອ້ຍ ມີ​ຄວາມທຸກ​ຫລາຍ​ກັງວົນ​ຫລາຍ​ ໜຳ​ຊ້ຳ ສຸຂ

ທີ່​ນອ້ຍຢູ່​ແລ້ວ​ນັ້ນ​ຍັງເປັນ​ສຸຂປອມ​ອີກ ຄື​ເຈືອດ​ວ້ຍທຸກ​ບໍ່​ປອດ​ໂປ່​ງ ບໍ່​ລົງທ້າຍ​ດວ້ຍທຸກ-​ແຕ່​ມານ​ດາ​ຂອງພຣະສາຣິບຸດ ຜູ້​ໜັກ​ໃຈ​ຢູ່​ດວ້ຍຄວາມ

ກັງວົນວ່າ​ ບໍ່​ມີ​ຜູ້​ຮັບ​ມໍຣະດົກ​ຂອງ​ຕະກຸນ ທ່ານຈຶ່ງ​ແນະນຳໃຫ້​ບໍຣິຈາກ​ຊັບ​ໃຫ້​ແກ່​ຄົນ​ອະນາຖາ​ທີ່​ມີ​ມາກ​ມາຍ​ທົ່ວ​ໄປ ສົມບັຕ​ພຽງ​ເທົ່າ​ນີ້ບໍ່ພໍ​ບໍຣິຈາກ

ດວ້ຍຊ້ຳ ​ແລະ​ສະ​ແດງ​ທັມ​ໃຫ້​ພິຈາຣະນາ​ຕໍ່​ວ່າ-ອັນ​ທີ່​ຈິງ-​ຊັບ​ສົມບັຕ​ພາຍນອກກໍ່​ເປັນຂອງທີ່​ອາ​ສັຍ​ໃຊ້ຊົ່ວຄາວ​ມັນ​ບໍ່​ຢັ້ງຢືນ​ອັນ​ໃດ ບາງ​ຢ່າງ​ກໍ່​

ຈາກ​ໄປ​ກອ່ນບາງ​ຢ່າງ​​ເຈົ້າ​ຂອງ​ກໍ່​ຈາກ​ມັນ​ໄປ ​ເມື່ອ​ຕາຍ​ແລ້ວ​ກໍ່​ນຳ​ຕິດ​ຕົວ​ໄປ​ບໍ່​ໄດ້ ມັນ​ເປັນ​ຂອງໂລກ​ຕອ້ງຖິ້ມ​ໃວ້​ໃນ​ໂລກນີ້ ໃຜ​ເອົາ​ໄປ​ບໍ່​ໄດ້​ເລີຍ

ຈັກ​ຢາງ​ດຽວ ໂດຍ​ທີ່​ສຸດ​ກໍ່​ແມ່ນ​ອະວັຍ​ຍະ​ວະ​ຮ່າງກາຍ​ອັນ​ເປັນ​ທີ່ຫວງ​ແຫນ ​ເປັນ​ທີ່ຢຶດໝັ້ນ​ຖື​ໝັ້ນ​ວ່າ​ເປັນ​ຂອງ​ເຮົາ ຂອງເຮົາ​ກໍ່​ເອົາ​ໄປ​ບໍ່​ໄດ້​ຕອ້ງປະ

ຖິ້ມ​ໃວ້ໃຫ້​ຍາດ​ພີ່​ນອ້ງ​​ເຜົາໃນ​ກອງ​ໄຟ ພອ້ມດວ້ຍກາຣຮອ້ງໃຫ້​ຄຳ່​ຄວນ ຮ່າງກາຍ​ແລະ​ຊັບສົມບັຕ​ພາຍ​ນອກ​ ບໍ່​ມີ​ປະ​ໂຍດ​ອັນ​ໃດ​ນອກຈາກ​ໃຊ້​ເປັນ​

ເຄື່ອງມື​ ໃນ​ກາຣ​ປະກອບ​ຄຸນງາມຄວາມດີ ແມ່ນ​ພຣະທັມມະເສນາບໍດີ​ຈະ​ຊີ້​ແຈ່ງ​ຢ່າງ​ໃດ ມານ​ດາ​ຂອງ​ທ່ານ​ກໍ່​ຫາ​ນິຍົມ​ຄອຍ​ຕາມ​ບໍ່​ມີ ຍັງ​ຄົງ​ຮັກສາ

ຄວາມ​ຄິດ​ແລະ​ທິຖີຂອງ​ຕົນ​ໃວ້ຢ່າງ​ໜຽວ​ແໜ້ນ​ໝັ້ນຄົງ

         ​ໄຟ​ຊະຣາ​ເຜົາ​ຊີວິດ

  ຈິງ​ທີ່​ດຽວ ນັກປຣາດຜູ້​ປະກອບ​ດວ້ຍປັນຍາ​ອັນ​ແຫລມ​ຄົມ​​ເລິກ​ກວ້າງຂວາງ ​ເປັນ​ທີ່ຍອມຮັບ​ນິຍົມ​ເລື່ອມ​​ໃສ​ຂອງຂ​ແງ​ ຄົນ​ທົ່ວ​ໄປ ​ເວົ້າ​ຈາ​ອັນ​ໃດ

ກໍ່​ມີ​ຄົນ​ຄອຍ​ຈຳ​ຄອຍ​ຈົດ​​ໃຫ້ຄົນ​ໃນ​ຄອບຄົວ​ຫຼື​ຍາດ​ພີ່​ນອ້ງ ມີ​ຄວາມ​ຮູ້ສຶກ​ເຊັ່ນ​ນັ້ນ​ໄປ​ດວ້ຍ-​ເມື່ອ​ພຣະທັມມະ​ເສນາບໍດີສາຣິບຸດ ​ເຫັນ​ວ່າ​ບໍ່​ອາດ​ຊັກ​ນຳ

ມານ​ດາໃຫ້​ນິຍົມ​ຕາມ​ຕົນ​ໄດ້ ​ແລ້ວ​ກໍ່​ລາ​ຈາກ​ໄປ ​ແລະ​ໄດ້ສັ່ງ​ພິກສຸ​ທັງຫລາຍ​ຜູ້​ເປັນ​ສະຫະທັມ​ວ່າ ຖ້າ​ເຣວັດ​ກຸ​ມານນອ້ງຊາຍ​ຂອງ​ຂ້າພຣະ​ເຈົ້າ

ມີຄວາມ​ປະສົງ​ຄ໌ຈະ​ບວດ ມາ​ຫາ​ທ່ານ​ທັງຫລາຍ​ກໍ່​ຂໍ​ໃຫ້​ບວດ​ໄດ້​ທັນທີ ບໍ່​ຕອ້ງຄອຍ​ໃຫ້​ລາມານ​ດາ​ບິດາ ຂໍ​ໃຫ້​ຖື​ວ່າ​ຂ້າພຣະ​ເຈົ້າ​ນີ້​ແຫລະ​ເປັນ​ທັງ​ມານ

ດາ​ແລະ​ບິດາ​ຂອງ​ເຣວັດ​ກຸມານ-ຝ່າຍ​ມານ​ດາ​ຂອງ​ພຣະສາຣິບຸດ ກໍ່​ມີ​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ຜູກ​ເຣວັດ​ກຸ​ມານ​ໃວ້ດວ້ຍເຄື່ອງ​ຜູກ​ຄື​ກາຣຄອງ​ເຮືອນ ຜູກ​ດວ້ຍ

ໂສ້​ຄື​ສະຕຣີ ຈຶ່ງ​ໝັ້ນ​ເດັກ​ຍິງ​ຄົນ​ນຶ່ງ​ຜູ້​ມີ​ຕະກຸນແລະ​ຊັບ​ສົມບັຕສ​ເມີ​ກັນ ກຳໜົດ​ວັນ​ຣຽບຣອ້ຍ​ແລ້ວ​ປະດັບ​ຕົກ​ແຕ່ງ ​ເຣວັດ​ກຸ​ມານພາ​ໄປສູ່​ເຮືອນ​ຂອງ​ຍາດ​

ຜູ້​ໃຫ່ຽຂອງ​ກຸ​ມາຣິການັ້ນ ພອ້ມດວ້ຍບໍຣິວານ​ຊົນ​ເປັນອັນມາກເມື່ອ​ຍາດທັງ​ສອງ​ຝ່າຍ​ປະຊຸມ​ກັນ​ພອ້ມ​ແລ້ວ ​ເພື່ອ​ເຣີ້ມມົງຄົນ​ພິທີຍາດ​ທັງ​ສອງ​ຝ່າຍ​ໃຫ້ກຸ​

ມານ​ແລະກຸ​ມາຣິກາ ຈຸ່ມ​ມື​ລົງ​ໃນ​ຖາດ​ນ້ຳ​ຣຽບຣອ້ຍ​ແລ້ວ ຍາດ​ຜູ້​ໃຫ່ຽ​ໄດ້​ກ່າວ​ອວ່ຍພອນເດັກ​ຍິງວ່າ ຂໍ​ເຈົ້າ​ຈົ່ງ​​ໄດ້​ເຫັນ​ທັມ​ຢ່າງ​ທີ່​ຍາຍ​ຂອງ​ເຈົ້າ​ໄດ້​ເຫັນ

ແລ້ວ ຂໍ​ເຈົ້າ​ຈົ່ງ​ມີ​ອາຍຸ​ຍືນເຊັ່ນ​ກັນ​ກັບຍາຍ​ຂອງ​ເຈົ້າ-ເຣວັດກຸ​ມານ​ໄດ້​ງິນດັ່ງ​ນັ້ນ​ຄິດ​ວ່າ ອັນ​​ໃດ​ນໍ​ຄື​ທັມ​ທີ່​ຍາຍ​ເຫັນແລ້ວ ຈຶ່ງຖາມ​ຂຶ້ນ​ວ່າ ຄົນ​​ໃດ​ຄື​ຍາຍ

ຂອງ​ກຸ​ມາຣິກາ​ນີ້-ຍາດ​ແນະນຳ​ຍິງ​ຊະຣາຄົນ​ນຶ່ງໃຫ​້​ເຣວັດ​ຮູ້ຈັກ ພອ້ມກ່າວ​ວ່າ ຍິງ​ຊະຣານີ້​ເປັນ​ຍາຍ​ຂອງ​ເດັກ​ຍິງ ທ່ານ​ມີ​ອາຍຸ​ໄດ້-120-ປີ​ແລ້ວ ບັຕ​ນີ້​

ແຂ້ວ​ຖອນ​ອອກ​ເບິດ​ແລ້​ວ ຜົມ​ກໍ​ຫງອກ ໜັງ​ຫັດ​ຫ່ຽວ ຫຍ່ອນຍານ ຕົວຜອມຫລັງ​​ກົ່ງ ດຸດ​ກອ່ນ​ເຮືອນ- ​ເຣວັດ​ກຸ​ມານ​ຄິດ​ຢ່າງ​ເດັກ​ສລາດ​ແລະ​ມີ​ບາຣະ

ມີ​ໃນທາງ​ທັມ​ວ່າ ສຣີສະ​ແມ່ນ​ທີ່​ສວຍ​ງາມ​ເຫັນ​ປານ​ນີ້ ຢ່າງ​ກຸ​ມາຣິກາ​ນີ້​ຍອ່ມ​ແປ​ຜັນ​ໄປ​ສູ່​ຄວາມ​ບໍ່​ງາມພວມລັງກຽດ​ໃນ​ທີ່​ສຸດ​ເພາະ​​ໄຟ ຄື​ຊະຣາ​ເຜົາ​ໃຫ້

ໃໝ້ກ້ຽງ ດຸດ​ໃບ​ໄມ້​ສົດໃນ​ເບື້ອງ​ແຣກແປ​ເປັນ​ສີ​ເຫລືອງ ​ແລ້ວ​ດົ່ນຈາກຕົ້ນ​ຖືກ​ແດດ​ເຜົາ​ໃຫ້​ກ້ຽງກອ່ມ​ໂດຍຣອບເປັນ​ຂອງ​ອັນໃຜໆຈັບ​ຕອ້ງບໍ່​ໄດ້ ​ເປັນ​ປະ

ໂຍດ​ສາຣະຊີວິ-ຊີວິດ​ຂ້າງ​ໜ້າ​ສັງ​ເວດ​ສລົດ​ໃຈ​ເສັຽນຶກ​ອັນ​​ໃດບໍ່​ໄດ້

  ອຸປະຕິ​ດສະ ຜູ້​ອ້າຍ​ຂອງ​ເຮົາ​ຄົງ​ຈັກ​ເປັນຄວາມ​ຈິງ​ ເຣື້ອງນີ້​ເປັນ​ແນ່​ແທ້​ແລ້ວ ຈຶ່ງສລະ​ຊັບ​ສິນ​ສົມບັຕ​ອອກບວດ​ຢ່າງ​ບໍ່​ອາ​ລັຍ ​ເຮົາ​ຄວນ​ຫາ​ອຸບາຍ

ອອກບວດ​ເສັຽ​ໃນ​ວັນນີ້​ແຫລະ ​ເພາະ​ແມ່ນ​ສຣີຣະຂອງ​​ເຮົາ​ເອງ ກໍ່​ຕອ້ງລົງທ້າຍ​ດວ້ຍຄວາມ​ແກ່​ແລະ​ຕາຍເມື່ອ​ເສັດ​ພິທີ​ແລ້ວ ຍາດ​ໄດ້​ອູ້ມ​ເຣວັດ​ຂຶ້ນ​ສູ່​

ຍານ​ນອ້ຍກັບ​ບ້ານ​ຂອງ​ຕົນ ​ເຣວັດ​ຫາ​ອຸບາຍ​ໄດ້​ຢ່າງ​ນຶ່ງ ​ເມື່ອ​ເດີນທາງ​ມາ​ໄດ້​ໜອ້ຍນຶ່ງ ຈຶ່ງ​ບອກ​ຍາດ​ວ່າ​ຕົນ​ເອງ​ເຈ​ບທອງ ຂໍແວະລົງທຸຣະສວ່ນຕົວ ​

ຂໍ​ໃຫ້​ຢຸດ​ຍານ​ໃວ້​ແລະ​ລໍຄອຍ-ເຂົາ​ລົງ​ຈາກ​ຍານ​ແລ້ວ​ເຂົ້າ​ໄປຍັງ​ພຸ່ມ​ໄມ້​ແຫ່ງ​ນຶ່ງ ທຳ​ຊັກ​ຊ້າ​ຢູ່​ໜອ້ຍນຶ່ງ​ແລ້ວ​ກັບ​ມາສູ່​ຍານ​ເດີມ ​ເຂົາ​ທຳ​ຢ່າງ​ນີ້​ເດື້​ອຍໆ

ຈົນ​ຍາດ​ພີ່​ນອ້ງຊິ້ນ​ສົງຄ໌ສັຍ ​ເຊື່ອໃຈ​ວ່າ​ເຣວັດຍ່າງ​ຂຍາຍ​ໄປ​ຂຍາຍ​ມາ​ເສັຽຈິງໆ ຈຶ່ງ​ເລີກຣະວັງ​ຮັກສາ ຄັ້ງ​ຫລັງ​ສຸດ​ທ້າຍ​ມາ​ເຣວັດ​ລົງ​ຈາກ​ຍານ​ແລ້ວ

ບອກ​ຍາດ​ວ່າ​ຂໍ​ໃຫ້​ຂັບ​ຍານລ່ວງ​ໜ້າ​ໄປ​ກອ່ນອີກ​ຈັກ​ນອ່ຍນຶ່ງ​ຈະ​ຕາມ​ໄປ ຍາດ​ຜູ້​ຊິ້ນຣະ​ແວງ​ແລ້ວ​ຈຶ່ງ​ຂຶ້ນ​ຍານ​ລວ່ງໜ້າ​ໄປ-ເຣວັດ​ໄດ້​ໂອກາດ​ຈຶ່ງ​ເດີນ

ເຂົ້າ​ໄປ​ໃນ​ປ່າ ​ໄດ້ພົບ​ສຳນັກ​ສົງ​ຄ໌ຊຶ່ງ​ມີ​ພິກສຸ​ພຳນັກ​ຢູ້ປະມານ-30-ອົງຄ໌ ​ເຣວັດ​ເຂົ້າ​ໄປ​ໃຫ້​ວທ່ານ​ແລ້ວຂໍ​ບວດ ​ໂດຍ​ບອກ​ວ່າ​ທ່ານ​ຄືນ​ອ້ງຊາຍ​ຂອງ

ທ່ານ​ອຸປະຕິ​ດສະ ຫຼື​ພຣະສາຣິບຸດ​ນັ້ນ​ເອງ ພິກສຸ​ທັງຫລາຍ​ຈຶ່ງ​ໃຫ້​ເຣວັດ​ບັນພະຊາ​ເປັນສາມະ​ເນນ ​ໂດຍ​ກາຣ​ໃຫ້​ເປ່ງ​ວາຈາ​ເຖິງ ພຣະຣັດຕະນະ​ຕັຍ

ຮັບ​ສິນ​-10-​ແລ້ວ​ບອກຕະຈະ​ປັນຈະ​ກະກັມ​ມັດ​ຖານ​ໃຫ້-ເມື່ອ​ພິກສຸ​ທັງຫລາຍ​-ໃຫ້​​ເຣວັດກຸ​ມານ​ບັນພະຊາ​ເປັນສາມະເນນ

​ໂດຍ​ກາຣໃຫ້​ເປ່ງ​ວາຈາ​ເຖິງ​ພຣະຣັດຕະນະ​ຕັຍ ຮັບ​ສິນ-10-​ແລ້ວ​ບອກຕະຈະປັນຈະ​ກະກັມ​ມັດ​ຖານ​ໃຫ້ ອັນ​ຕະຈະ​ປັນຈະກະ​ກັມ​ມັດ​ຖານ​ນັ້ນ ຄື

ກັມມະຖານຊຶ່ງ​ມີໜັງເປັນທີ່-5-ກ່າວ​

ຄື ຜົມ ຂົນ ​ແຂ້ວ ໜັງ ​ໃຫ້​ພິຈາຣະນາ​ສິ່ງ​ທັງ-5-ນີ້ ​ໂດຍ​ຄວາມ​ເປັນຂອງ​ປະຖິ​ກູນ​ພວມ​ລັງ​ກຽດ ​ໂດຍ​ນັຍ​ເປັນ​ຕົ້ນ​ວ່າ-ອະວັຍ​ຍະ​ວະ​ຊຶ່ງ​ເຫັນ​ໄດ້​ງ່າຍ​

ທັງ-5-ສ່ວນນີ້ປະຖິກູນໂສໂຄກຢູ່ໂດຍສະພາພທັມດາ ຜູ້ເປັນເຈົ້າຂອງຫຼືຜູ້ສຳຄັນ ເປັນຕົ້ນວ່າຜູ້ເປັນເຈົ້າຂອງຈຶ່ງຕອ້ງຊຳຣະລ້າງຫຼືຜັດຖູວັນຣະຫລາຍໆ

ເທື່ອ ເພື່ອກຳຈັດຄວາມປະຖິກູນ ໂດຍສະພາພທັມດາຂອງມັນ ຖ້າວັນໃດບໍ່ໄດ້ສຳຣະລ້າງກໍ່ຈະສົກປົກຢູ່ ທັງມີກິ່ນເໝັນພວມຣັງກຽດແມ່ນເຈົ້າຂອງ

ເອງກໍ່ຣະອາຍຕົວເອງຜົມກໍ່ຕາມ ໜັງກໍ່ຕາມ ທີ່ປຸທຸຊົນເຫັນສວຍງາມນັ້ນ ພໍສວ່ນໃດສວ່ນນຶ່ງຫລົ່ນລົງໄປໃນອາຫາຣ ຫຼືໃນນ້ຳກິນກໍ່ຣັງກຽດບໍ່ກິນອີກ-

ອັນນຶ່ງ ທີ່ເຫັນສວຍງາມກໍ່ເພາະຣາຄະຄວາມກຳໜັດຍອ້ມໃຈໃຫ້ເຫັນຜິດໄປຢ່າງນັ້ນ-ຮ່າງກາຍນີ້ໂດຍທົ່ວໆໄປ ເປັນຂອງໝົກໝົນດວ້ຍສິ່ງ

ປະຖິກູນນາໆປະກາຣ ຕັ້ງແຕ່ພື້ນຕີນຂຶ້ນໄປ ຕັ້ງແຕ່ປາຍຜົມລົງມາ ຈະຫາອັນໃດສະອາດສັກຊິ້ນນຶ່ງກໍ່ບໍ່ມີ ຮ່າງກາຍມີໜັງຫຸ້ມຢູ່ໂດຍຣອບ ພຽງເພື່ອ

ປົກປິດນ້ຳເລືອດ ນ້ຳເຫລືອງອັນເອີບອາບຢູ່ທົ່ວຮ່າງກາຍ ຮ່າງກາຍນີ້ຈຶ່ງມີຄວາມຊຸດໂຊມເປັນທັມດາ ໃນທີ່ສຸດກໍ່ແກ່ແລະຕາຍ ສຸດຈະແກ້ໄຂອີກຕໍ່ໄປ

ບໍ່ໄດ້ ຄົນທີ່ເກີດມາແລ້ວຈະບໍ່ແກ່ບໍ່ຕາຍນັ້ນບໍ່ມີ-ກາຣປະຄັບປະຄອງກາຍນີ້ໃວ

ຈຶ່ງເໝືອນກິ້ງຄົກຂຶ້ນພູເຂົາວາງມືບໍ່ໄດ້ ຖ້າວາງມືເມື່ອໃດ ຄົກກໍ່ກິ້ງກັບລົງທັນທີ່ ຮ່າງກາຍເຮົານີ້ກໍ່ເໝືອນກັນ ຢູ່ໄດ້ດວ້ຍກາຣປະຄັບປະຄອງ

ຈຶ່ງໜ້າເບື່ອໜ່າຍຍິ່ງໜັກ-ສາມະເນນເຣວັດຜູ້ມີໃຈໂນ້

ມອ່ຽງໃນທາງໜ່າຍໂລກີເປັນທຶນຢູ່ແລ້ວ ເມື່ອໄດ້ຟັງໂອວາດຂອງທ່ານອຸປັດຊະນາດັ່ງນີ້ ກໍ່ເພີ້ມແຮງແຫງຄວາມປຣາຖນາ ທີ່ຈະສລັດຕົນໃຫ້ພົ້ນໄພ

ແຫ່ງກັນດານຄືຄວາມເກີດ ແກ່ ເຈບຕາຍຫລາຍຂຶ້ນ ປຽບສະເໝືອນນ້ຳທີ່ພົບທາງໃຫລອັນບໍ່ມີອຸບປtສັກຂວາງກັ້ນ

  ​ເມື່ອ​ພິກສຸ​ທັງຫລາຍ ​ໄດ້​ບັນພະຊາ​ໃຫ້​ສາມະ​ເນນ​ເຣວັດ​​ແລ້ວກໍ່​ສົ່ງ​ຂ່າວ​ໄປ​ກາບຣຽນ​ໃຫ້​ພຣະສາຣິບຸດ​ຊາບ ພຣະທັມ​ເສນາ​ບໍດີ​ພໍ​ໃຈ​ຍິ່ງ​ນັກ ​ທີ່​ນອ້ງ

ຊາຍ​ຄົນ​ນອ້ຍ ກ້າວ​ລົງ​ສູ່ມົນຄ່າອັນ​ປະ​ເສີດ ເພື່ອ​ເດີນທາງ​ໄປ​ເຖິງ​ທີ່​ສຸດ​ແຫ່ງ​ທຸກ ທ່ານ​ທູນ​ລາພຣະຜູ້​ມີ​ພຣະພາກຂໍ​ໄປ​ຢ້ຽມ​ສາມະ​ເນນ​ນອ້ງຊາຍ-ພຣະ

ພຸ​ທອົງ​ຄ໌ຜູ້​ມີ​ອະນາຄະ​ຕັງ​ສຍານ​ອັນ​ແຈ່ມ​ໃສ ຊົງມອງ​ເຫັນ​ເຫຕຸກາຣຂ້າງ​ໜ້າ​ສະ​ເໝືອນ​ ບຸກຄົນ​ຜູ້​ມີ​ຕາ​ດີທັງ​ສອງ​ຂ້າງ​ແນມ​ເບິ່ງ​ຕົນ​ເອງໃນ​ໜ້າ​ແຫ່ວ​ນ​ໃສ

ຊົງ​ຢັບຢັ້ງ​ພຣະສາຣິບຸດ​ໃວ້ວ່າ=ສາຣິບຸດ=ທ່ານ​ຈົ່ງ​ຢັບຢັ້ງ​ຢູ່​ກອ່ນ​ເຖີດຢ່າ​ຟາ້ວ​ໄປ​ເລີຍ-ອີກ​-2-3-ວັນຕໍ່​ມາ ພຣະອັກຄະ​ສາວົກ​ເບື້ອງ​ຂວາ​ທູນ​ລາ​ອີກ ພຣະ

ສາດສະດາ​ຊົງ​ຢັບຢັ້ງ​ໃວ້ຢ່າງ​ເຄີຍ ພອ້ມກັບ​ຕັດ​ວ່າ=ສາຣິບຸດ=ຄະອາກອ່ນ​ເຖີດ​ແມ່ນ​ເຮົາກໍ່​ຈະ​ໄປ​ຢ້ຽມສາມະ​ເນນ​ນອ້ງຊາຍ​ຂອງ​ທ່ານ​ເໝືອນ​ກັນ-ຝ່າຍ

ສາມະ​ເນນ​ຄິດ​ວ່າ=​ເຮົາບວດ​ແລ້ວ ຖ້າ​ຍັງພຳນັກ​ຢູ່​ທີ່​ນີ້​ຕໍ່​ໄປ ຍາດ​ພີ່​ນອ້ງຄົງ​ຕອ້ງມາ​ຕາມ​ຫາ​ແລະ​ນຳ​ເຮົາ​ກັບ​ໄປສູ່​ເຮືອນ​ອີກ=ຈຶ່ງ​ຕັດສິນ​ໃຈ​ຈະ​ຫລີກ​

ຈາກ​ທີ່​ນັ້ນໄປ​ໄວໄປ​ຢູ່​ໃນ​ປ່າ​ຮົກ ​ເມື່ອ​ແນ່​ໃຈ​ດັ່ງ​ນີ້ແລ້ວ​ ກໍ່​ຂໍ​ຮຽນ​ກັມມະຖານຈາກພຣະ​ອຸປັຊນາ ຕັ້ງ​ແຕ່​ຕົ້ນ​ຈົ່ນ​ພຽງພໍ​ ທີ່​ຈະ​ບັນລຸ​ອໍຣະຫັນຕະຜົນ​ໄດ້​ ແລ້ວ

ຖື​ບາດ​ແລະ​ຈີວອນ​ເຂົ້າ​ໄປ​ໃນ​ປ່າ​ຮົກ ​ເປັນ​ປ່າ​ໄມ້ແກ​ນັ້ນ​ເອງ ​ພະຍາຍາມ​ທຳ​ຄວາມພຽນຕິດ​ຕໍ່ ມອບ​ກາຍ​ມອບ​ຊີວິດ​ໃຫ້​ແກ່​ກາຣປະຕິບັຕທັມໄດ້​ບັນລຸອໍ

ຣະຫັດຕະຜົນ ​ພອ້ມດວ້ຍປະ​ຖິສັມພິທາ​ທັງຫລາຍ​ ​ໃນ​ພັນ​ສາ​ນັ້ນ​ເອງ ກາຣ​ປະພຶດ​ທັມ ກາຣບັນລຸ​ທັມ​ ບໍ່​ກ່ຽວ​ກັບ​ອາຍຸ ​ແຕ່​ກ່ຽວ​ກັບ​ບາຣະມີ ຜູ້​ມີ​ບາຣະມີ

ແມ່ນອາຍຸນອ້ຍກໍ່​ມີ​ທັມ​ໃນ​ໃຈຫລາຍ​ໄດ້ ສວ່ນຜູ້​ບໍ່​ມີ​ບາຣະມີແມ່ນອາຍຸຫລາຍມີແຂ້ວດົ່ນແລ້ວຜົມຫງອກແລ້ວຫງອກອີກ ກໍ່ຫາບໍ່ໄດ້ສົນໃຈໃນທັມ ຢ່າເວົ້າ

ເຖິງວ່າຈະບັນລຸທັມເລີຍໃນສາສນານີ້ ຜູ້ໃດບັນລຸອໍຣະຫັດຕະຜົນເປັນພຣະອໍຣະຫັນໄດ້ແລ້ວ ແມ່ນຍັງເປັນສາມະເນນ ທ່ານກໍ່ເອີ້ນກັນວ່າ ເຖຣະ ໂດຍຖື

ເອົາຄຸນທັມເປັນເກນ-ພຣະອໍຣະຫັນເປັນຜູ້ລະທັງບຸນແລະບາບໄດ້ແລ້ວພຣະບໍຣົບສາສດາ ມີພິກສຸສົງຄ໌ແວດລອ້ມສເດັດມາສູ່ນິເວດຂອງວິສາຂາ

ນາງອັງຄາສະພຣະພຸທທະອັງ ດວ້ຍຄວາມເຄົາຣົບເລື່ອມໃສ ເມື່ອພຣະອົງຄ໌ສເດັດພັດຕະກິດແລ້ວ ໄດ້ຖວາຍບັງຄົມແລະທູນວ່າ=ພຣະເຈົ້າຂະນອ້ຍພິກ

ສຸ-2-ພວກ ທີ່ຕາມສເດັດພຣະອົງຄ໌ໄປສູ່ສຳນັກຂອງພຣະເຣວັດ ພວກນຶ່ງບອກວ່າທີ່ຢູ່ຮົກຣຸງຣັງດວ້ຍໜາມສະແກບໍ່ໜ້າຊື່ນຊົມເລີຍ ອີກພວກນຶ່ງວ່າມວ່ນ

ຊື່ນເຫລືອເກີນ ທີ່ຢູ່ຂອງພຣະເຣວັດເປັນຢ່າງໃດນໍ

  ພຣະສາສດາບໍ່ໄດ້ຕັດຕອບໂດຍຕົງ ແຕ່ຕັດເປັນທຳນອງເທສນາອັນກອບດວ້ຍປະໂຍດວ່າ=ອຸບາສີກາ-ຈະເປັນບ້ານຫຼືປ່າ ທີ່ລຸ່ມຫຼືທີ່ດອນກໍ່ຕາມ

ພຣະອໍຣະຫັນຢູ່ທີ່ໃດທີ່ນັ້ນກໍ່ໜ້າຊື່ນຊົມທັງນັ້ນ=ໃນກາຣຢູ່ກັບຄົນຫລາຍ ພຣະອໍຣະຫັນທັງຫລາຍ ແມ່ນຈະບໍ່ໄດ້ກາຍວິເວກ ຄືຄວາມສງັດທາງກາຍ

ແຕ່ທ່ານຍອ່ມໄດ້ຈິດຕະວິເວກເປັນແນ່ນອນແລະອຸປະທິວິເວກ ຄືຄວາມສງັດຈາກກິເລດເຄື່ອງເສົ້າໝອງທັງຫລາຍນັ້ນ ທ່ານໄດ້ເປັນປະຈຳຢູ່ແລ້ວໄດ້

ຢ່າງເດັດຂາດ ບໍ່ມີແປປວນກຳເຣີບ ມີຄວາມສງົບເຍືອກເຢັນຢູ່ເປັນປະຈຳເພາະສະນັ້ນ ພຣະອໍຣະຫັນທັງຫລາຍຢູ່ບອ່ນໃດບອ່ນນັ້ນກໍ່ຊື່ນຊົມ ເພາະ

ຈິດຂອງທ່ານຊື່ນຊົມຢູ່ດວ້ຍທັມ ອັນບໍ່ທຳໃຫ້ກິເລດຟົ້ງຂຶ້ນ=ກາຣຟົ້ງຂຶ້ນຂອງກິເລດແຕ່ຣະຄາວ ເປັນຄວາມເອົ້າຮອ້ນອາຣົມຕ່າງໆ

 

            ​ໂດຍ ຊຽງ ສໍ​ຫາດ ອິສຣະ