ອົບຣົມກັມມະຖານ-ຂັນຫ້າ ຄວາມ​ຫລົງ​ຢຶດຖື​ໃນ​ຂັນຫ້າ

     ອັນ​​ເປັນ​ຝຸ່ນ​ທີ່​ເຂົ້າ​ຕາ​ບຸກຄົນ​ຢູ່​ນີ້​ຢ່າງຣະອຽດກໍ່​ໄດ້​ແກ່ ຄວາມ​ຫລົງ​ຢຶດຖື​ຕົວ​ເຮົາ​ຂອງ​ເຮົາ​ນັ້ນ​ເອງແລະ​ຄວາມ​ຫລົງ​ຢຶດຖື​ຕົວ​ເຮົາ​ຂອງ​ເຮົາ​ນັ້ນກໍ່​ຄື​ຄວາມ​ຫລົງ​ຢຶດຖື​ໃນ​ຮູບເວທນາ

ສັນຍາ ສັງຂານ ວິນ​ຍານ​ທັງ​ຫ້າ​ນັ້ນ​ວ່າ​ເປັນ​ຕົວ​ເຮົາ​ຂອງ​ເຮົາ ຄາວ​ນີ້​ກໍ່​ອາດ​ທີ່​ຈະ​ມີ​ຄຳຖາມ​ແຍ່ງ​ມາວ່າ ຄວາມ​ຢຶດຖື​ຂອງ​ບຸກຄົນ​ນັ້ນກໍ່​ມັກ​ຢຶດຖື​ຢູ່​ໃນ​ບັນດາ​ສິ່ງ​ທີ່​ເປັນ​ທີ່​ຮັກ​ໃຄ່ ປາຖນາ ​ເຊັ່ນ

 ​ແກ່ວ​ແຫວນ​ເງິນ​ທອງ​ເປັນ​ຕົ້ນ ກໍ່​ກ່າວ​ຊີ້​ແຈ່ງ​ໄດ້​ວ່າ​ບັນດາ​ແກ້ວ​ແຫວນ ​ເງິນ​ທອງ​ເປັນ​ຕົ້ນ​ອັນ​ເປັນ​ທີ່​ຮັກ​ໄຄ່​ປາຖນາ​ພໍ​ໃຈ ອັນ​ເປັນ​ສິ່ງ​ທີ່ຢຶດຖື​ນັ້ນ ​ເມື່ອ​ພິຈາຣະນາ​ເບິ່ງ​ແລ້ວ​ກໍ່​ຈະ​ເຫັນ​ໄດ້​ວ່າ

ກໍ່​ເປັນ​ຮູບ​ເປັນ​ເສ​ທນາ​ເປັນ​ຕົ້ນ​ນີ້​ແຫລະ ​ເປັນ​ຮູບ ກໍ່​ຄື​ເປັນ​ສິ່ງ​ຕ່າງໆ ທີ່​ເປັນ​ວັດ ຖຸ ​ເປັນ​ຮູ​ບປາ​ຍົຕນະທີ່​ຕໍ່​ທາງ​ອາ​ຍົຕນະ ຄື​ຈັກສູ​ເຂົ້າ​ໄປ​ຕັ້ງ​ເປັນ ຈັກຂຸ​ວິນ​ຍານ ​ເປັນ​ເວທນາ ກໍ່​ຄື

​ເປັນຄວາມ​ສຸຂ ​ເປັນ​ຕົ້ນ​ເປັນ​ສັນຍາ​ກໍ່​ຄື​ເປັນຄວາມ​ຈຳ ​ເພາະ​ຈະ​ຕອ້ງມີ​ຄວາມ​ຈຳ ທີ່​ວ່າ​ແກ້ວ​ແຫວ​ນ​ເງິນ​ທອງ​ເປັນ​ຕົ້ນນັ້ນກໍ່​ຕັ້ງ​ຢູ່​ໃນ​ຄວາມ​ຈຳຂອງ​ບຸກຄົນ ​ເປັນ​ສັນຍາ​ຖ້າ​ຈຳ​ບໍ່​ໄດ້  ກໍ່​ລືມ

​ເສັຽ ສິ່ງ​ເຫລົ່າ​ນັ້ນ​ກໍ່​ບໍ່​ມີ​ຄວາມ​ໝາຍ​ອັນ​ໄດ ​ເພາະສະ​ນັ້ນ​ທີ່​ມີ​ຢູ່​ກໍ່​ຄື​ມີ​ຢູ່​ໃນ​ຄວາມ​ຈຳ​ນັ້ນ​ເອງ ຄື​ວ່າ​ຈຳ​ໄດ້ ຈຶ່ງ​ຢຶດຖື​ຢູ່​ໃນ​ຄວາມ​ຈຳ​ນັ້ນ​ຫຼື​ໃນ​ສິ່ງ​ທີ່​ຈຳ​ນັ້ນ ຖ້າ​ຈຳ​ບໍ່​ໄດ້​ລືມ​ເສັຽກໍ່​ບໍ່​ມີ ຄວາມ​ຢຶດຖື

​ແລະ​ກໍ່​ເປັນ​ສັງຂານ​ຄື​ຄວາມ​ຮູ້​ຄິດ​ປຸງ ຫຼື​ປຸງ​ຄິດ​ນີ້​ເອງ- ອັນ​ຄວາມ​ຢຶດຖື​ຕ່າງໆ ຕຣອດເຖິງ​ຄວາມ​ຮັກ​ຄວາມ​ຊັງ​ຕ່າງໆ ນັ້ນກໍ່ລວ້ນ​ເປັນຄວາມ​ຄິດ ປຸງ​​ແຕ່ງ

ຫຼືແຕ່ງ​ປຸງ​ຄິດ​ໃນ​ຈິດ​ໃຈ​ຂອງ​ບຸກຄົນ​ທັງ​ນັ້ນ

 

    ຄວາມ​ຢຶດຖື​ກໍ່​ເປັນຄວາມ​ຄິດ​ປຸງ​ແຕ່ງ​ຂຶ້ນ​ມາ ​ເຫລົ່າ​ນີ້ກໍ່​ເປັນ​ສັງຂານຖ້າ​ບໍ່​ມີ​ຄວາມ​ຄິດປຸງ​​ແຕ່ງ ຫຼື​ຄວາມ​ແຕ່ງ​ປຸ​ງຄິດ​ໄດໆ ​ແລ້ວຄວາມ​ມັກ​ຄວາມ​ຢຶດຖື​ຕ່າງໆ ກໍ່​ຈະ​ບໍ່​ເກີດ​ຂຶ້ນ​ມາ ​ເພາະ

ສະ​ນັ້ນ​ຈຶ່ງຣວມຢູ່​ສັງຂານ​ຄື​ຄວາມຮູ້​ຄິດປຸງ​ແຕ່ງ​ຫຼືແຕ່ງ​ປຸງ​ຄິດ​ນີ້ ​​ເພາະ​ມີ​ວິນ​ຍານ​ຄື​ຄວາມ​ຮູ້ສຶກ​ເຫັນ​ຮູບ​ໄດ້​ງິນສຽງ​ເປັນ​ຕົ້ນທີ່​ເປັນ​ໄປ​ທາງ​ທວານ​ທັງຫົກ ຄື ຕາ ຫູ ຮູດັງ ລິ້ນ ກາຍ​ແລະ

ມະນະ​ຄື​ໃຈ ຖ້າ​ຫາກ​ວ່າ​ບໍ່​ມີ​ທວານ ທັງ​ຫົກ​ນີ້ ຫຼື​ທວານ​ທັງ​ຫົກ​ນີ້​ບໍ່​ທຳ​ໜ້າ​ທີ່ ບຸກຄົນ​ກໍ່​​ເປັນເໝືອນຢ່າງ​ນອນ​ຫລັບ​ຫຼື​ເປັນ​ຄົນສລົບ ສລັຍ ບໍ່​ມີ​ຄວາມ​ຮູ້ສຶກ​ອັນ​ໄດ​ໃນ​ຕົວ​ຂອງ​ຕົວ​ເອງ​ ບໍ່​ເຫັນ

​ອັນ​ໄດ ບໍ່​ໄດ້​ງິນອັນ​ໄດ ບໍ່​ຊາບ​ກິ່ນ ຣົດສັມຜັດ​ອັນ​ໄດ ບໍ່​ຮູ້​ຄິດ​ອັນ​ໄດ ​ແຕ່​ເພາະ​ທວານ​ທັງ​ຫົກ​ທຳ​ໜ້າ​ທີ່ ຈຶ່ງ​ມີ​ຄວາມ​ຮູ້ສຶກ​ຕ່າງໆ ກໍ່​ເປັນ​ຕົວ​ວິນ​ຍານ ຕົວ​ວິນ​ຍານ​ນີ້​ເອງ​ເປັນ​ສິ່ງ​ທີ່​ທຳ​ໃຫ້​ມີ

​ຄວາມ​ຮັກ ຄວາມ​ຊັງຄວາມ​ຫລົງເປັນ​ຕົ້ນ ປະກົດ​ເປັນໄປ​ຢູ່​ໃນ​ຈິດ​ໃຈ ​ເມື່ອຣວມ​ເຂົ້າ​ມາ​ແລ້ວ​ຈະ​ເປັນຄວາມຢຶດຖື​ໃນ​ອັນ​ໄດ​ກໍ່ຕາມ ກໍ່ຣວມຢູ່​ໃນ​ຄວາມ​ຢຶດຖືຮູບ ​ເວທນາ ສັນຍາ ສັງຂານ

ວິນ​ຍານນີ້​ເທົ້ານັ້ນ​ແລະ​ສິ່ງ​ທີ່​ເຂົ້າ​ໃຈ​ວ່າ​ເປັນ​ຕົວ​​ເຮົາຂອງ​ເຮົາກໍ່​ຢູ່​ທີ່​ຮູບ ​ເວທນາ ສັນຍາ ສັງຂານ ວິນ​ຍານ​ທັງ​ຫ້າ​ນີ້​ເທົ້າ​ນັ້ນ

 

 ການ​ແຍກ​ພິຈາຣະນາ​ຂັນຫ້າ

     ​ເມື່ອ​ແຍກ​ພິຈາຣະນາ​ອອກ​ໄປ​ທີ່​ລະ​ຢ່າງ​ວ່າ ຕົວ​ເຮົາ​ຂອງ​ເຮົາ​ນັ້ນ​ຢູ່​ທີ່​ຮູບ ​ເວທນາ ສັນຍາ ສັງຂານ ວິນ​ຍານ ຫຼື​ບໍ່​​ແມ່ນກໍ່​ຈະ​ເຮັດ​ໃຫ້​ເຫັນ​ໄດ້​ວ່າ​ບໍ່​​ແມ່ນ ຍົກ​ຕົວຢ່າງ​ເຊັ່ນ​ວ່າ​ຮູບ​ກໍ່​ອາດ​

ຈະ​ມີ​ຄວາມ​ຢຶດຖືຮວມໆ​ກັນ​ຢູ່​ວ່າຮູບ​ຂອງ​ເຮົາ​ ເຮົາ​ເປັນ​ຮູບ ຮູບ​ເປັນ​ອັດຕາ​ຕົວ​ຕົນ​ຂອງເຮົາ​ດັ່ງ​ເຊັ່ນ​ເຮົາ​ແຍງ​ແວ່ນ​ເບິ່ງ​ຫຼື​ວ່າ​ຖ່າ​ຍຮູບຂອງ​​ໂຕເອງ ຫຼື​ວ່າ​ຄົນ​ອື່ນ​ຖ່າຍຮູບ​ຂອງ​ໂຕ​ເບິ່ງ ກໍ່​ຍ່ອມ​

ຈະ​ຮູ້ຈັກ​ກັນ​ວ່າ​ນີ້​ເປັນ​ຄົນ​ນັ້ນອັນນີ້​ເປັນ​ຄົນ​ນີ້ ​ເຮົາ​ເອງ​ເບິ່ງ​ຮູບ​ໂຕ​ເອງ​ເຮົາ​ກໍ່​ຍອ່ມຈະ​ຮູ້​ວ່າ​ອັນນີ້​ເປັນ​ໂຕ​ເຮົາ ກໍ່​ມີ​ຄວາມ​ຢຶດຖື​ກັນ​ຢູ່​ດັ່ງ​ນີ້​ແຕ່​ເມື່ອ​ສອບ​ຖາມ​ເຂົ້າ​ໄປ​ໃຫ້​ລະອຽດ​ແລ້ວ

     ​ເຊັ່ນ​ວ່າ​ຈັບ​ທີ່​ແຂນ​ວ່າ​ໂຕ​ເຮົາ​ຢູ່​ທີ່​ແຂນ​ນີ້​ຫຼື​ບໍ່​ແມ່ນ ກໍ່​ຈະ​ຕອ້ງຕອບ​ວ່າບໍ່​ແມ່ນ ​ເພາະ​ຖ້າວ່າ​ແມ່ນແລ້ວຖືກ​ຕັດ​ແຂນ​ອອກ​ໄປ​​ເດ່ ​ໂຕ​ເຮົາ​ກໍ່​ຈະ​ຕອ້ງຖືກ​ຕັດ​ອອກ​ໄປ​ແຕ່​ຖ້າ​ຕັດ​ແຂນ​ອອກ

ໄປ​ແລ້ວ​ໂຕ​ເຮົາ​ກໍ່​ຍັງ​ຢູ່ ຖ້າ​ຈັບ​ທີ່ຜົມ​ແລ້ວຖາມ​ວ່າ​ໂຕ​ຂອງ​ເຮົາ​ແມ່ນ​ບໍ່ ກໍ່​ຈະ​ຕອ້ງຕອບ​ວ່າ​ບໍ່ແມ່ນ ​ເພາະ​ອັນ​ນີ້​ແມ່ນ​ຜົມ ​ເມື່ອ​ຈັບ​ເບິ່ງ​ທີ່​ໂຕ​ທຸກ​ສວ່ນອັນ​ເປັນ​ສວ່ນຮູບ​ຂັນ ກອງ​ຮູບ​ກໍ່​ຍອ່ມ ຈະ

​ຕອບ​ໄດ້​ວ່າ​ບໍ່​ແມ່ນ​ໂຕ​ເຮົາ ​ເພາະ​ອັນ​ນັ້ນ​ເປັນ​ຜົມ​ເປັນ​ຂົນ​ເປັນ​ເລັບ​ເປັນ​ແຂ້ວ​ເປັນ​ໜັງ  ​ເປັນ​ອະວັຍະວະ​ສວ່ນຕ່າງໆ ທີ່​ທຳ​ອິດ​ເມື່ອ​ເບິ່ງ​ຫ່າງໆ ກໍ່​ຮູ້ສຶກ​ວ່າ​ເປັນ​ໂຕ​ເຮົາ​​ແຕ່​ເມື່ອ​ຈັບ​ພິຈາຣະນາ

​ໄກ້​​ເຂົ້າ​ໄປ​ແລ້ວ​ກໍ່​ຈະ​ຈັບ​ໄດ້​​ເອງວ່າ​ບໍ່​ແມ່ນ​ໂຕ​ເຮົາ ຖ້າ​ຫາກ​ເປັນ​ສວ່ນນັ້ນ​ສວ່ນນີ້​ຂອງ​ຫ່າງກາຍ ​ແຕ່​ກໍ່​ຍັງ​ມີ​ຄວາມ​ຢຶດຖື​ຢູ່​ວ່າ​ເປັນ​ຂອງ​ເຮົາ ຄື​ວ່າ​ຈະ​ແມ່ນ​ສວ່ນນັ້ນ​ສວ່ນນີ້ຂອງ​ຫ່າງ​ກາຍ ກໍ່

​ຈະ​ຖື​ວ່າ​ເປັນ​ສວ່ນນັ້ນສວ່ນ​ນີ້​ຂອງ​ເຮົາ​ເຊັ່ນ​ວ່າ​ຜົມ​ຂອງ​ເຮົາ​ຂົນ​ຂອງ​ເຮົາ​ເລັບ​ຂອງເຮົາ​ແຂ້ວ​ຂອງ​ເຮົາ​ໜັງ​ຂອງ​ເຮົາ​ດັ່ງ​ນີ້​ເປັນ​ຕົ້ນ-(​ເມື່ອ​ພິຈາຣະນາ​ໃຫ້​ລະອຽດ​ລົງ​ໄປ​ອີກວ່າ ຖ້າ​ເປັນ​ຂອງ​ເຮົາ

​ແທ້​ຈິງ​ແລ້ວ​ຕອ້ງບັງຄັບ​​ໄດ້ ໃຫ້​​ເປັນ​ໄປ​ຕາມ​ຄວາມປຣາຖນາ ​ແຕ່​ນີ້​ບັງຄັບ​ບໍ່​ໄດ້​ໃຫ້​ເປັນ​ໄປ​ຕາມ​ຄວາມປຣາຖນາ ​ເພາະຕອ້ງ​ເປັນ​ໄປ​ເພື່ອ​ອາພາດ​ ຕາມ​ທີ່​ພຣະພຸ​ທ​ເຈົ້າຊົງ​ສັ່ງສອນ​ໃວ້ວ່າ

ຢາກ​ຈະ​ໃຫ້​ຜົມ​ຂອງ​ເຮົາບໍ່​ຫງອກ​ກໍ່​ບໍ່​ສຳ​ເຣັດດັ່ງ​ນີ້​ເປັນ​ຕົ້ນເພາະສະນັ້ນຈຶ່ງ​ບໍ່​ເປັນ​ໄປ​ຕາມ​ຄວາມ​ປຣາຖນາ ​ແລະ​ໃນ​ທີ່ສຸດ​ກໍ່​ຕອ້ງ​ແຕກ​ສລາຍ​ໄປ​ເບິດ ດັ່ງ​ນີ້​ ຈຶ່ງເປັນອະນັດຕາ​ບໍ່​ແມ່ນ​ອັດ​ຕາ

​ຕົວ​ຕົນ ພິຈາຣະນາ​ໄປ​ຕາມ​ທີ່​ພຣະພຸ​ທ​ເຈົ້າ​ໄດ້​ຊົງສັ່ງສອນ​ແຍກ​ແຍະ​ອອກ​ໄປ​ວ່າ​ເປັນ​ອະນັດຕາເພາະ​ບັງຄັບໃຫ້​ເປັນ​ໄປ​ຕາມ​ຄວາມ​ປຣາຖນາ​ບໍ່​ໄດ້ ​ເປັນ​ໄປ​ເພື່ອ​ອາພາດ​ແລະ​ເມື່ອ​ຮູບ

ອາພາດ

​     

         ຕອ້ງຊຳຣຸດຊຸດ​ໂຊມ​ເວທນາ  ສັນຍາ ສັງຂານ ວິນ​ຍານກໍ່​ອາພາດ​ດັ່ງ​ຈະ​ພວມ​ເຫັນ​ໄດ້​ວ່າ​ ຮູບ​ກາຍ​ອັນ​ເປັນສວ່ນຮູບ​ຂັນນີ້​ເກົ່າແກ່​ຊຸດ​ໂຊມ​ເຈັບ​ປວດ​ລົງ​ໄປ ກໍ່​ຈະ​ຫາຍ​ໄປ​ດວ້ຍ

ທຸກຂະ​ເວທນາອັນ​ເປັນ​ທີ່​ຮັບຮອງ ວ່າ​ອາພາດຄື​ຄວາມ​ປວ່ຍ​ໄຂ້ ​ເປັນ​ທຸກສັນຍາ​ເອງກໍ່​ອາພາດ ​ເມື່ອ​ຍັງ​ຢູ່​ນຳ​ວັຍ​ໜຸ່ມ​ແນ້​ນຈຳອັນ​ໄດ​ໄດ້​ວອ່ງ​ໄວ ຄັນ​ເມື່ອ​​ເຖົ້າແກ່​ໄປຄວາມ​ຈຳ​ກໍ່ຍາກ​ເຂົ້າ​ເລະ

​ເລື້ອນ​ເຂົ້າ ຄວາມ​ຄິດ​ປຸງ​ ຫຼືຄວາມ​ປຸງ​ຄິດທີ່​ເຄີຍ​ຄິດ​ອັນ​ໄດ​ໄດ້​ວອ່ງ​ໄວ ກໍ່​ຊັກ​ຊ້າຄິດບໍ່​ໄຄ່​ອອກ​ ຄວາມ​ຮູ້ສຶກ​ເຫັນ​ຮູບໄດ້​ງິນສຽງ​ກໍ່​ເຊັ່ນ​ດຽວ​ກັນ ​ເມື່ອ​ຕາ​ທີ່​ເປັນ​ສວ່ນຮູບ​ກໍ່​ມືດ​ມົວ​ລົງ​ໄປ ຈະ

​ອ່ານໜັງສື​ຈະ​ເບິ່ງ​ອັນໄດ​ກໍ່​ບໍ່​ໄດ້​ເຫັນ ຈັກ​ສູ່ວິນ​ຍານຄື​ຄວາມ​ຮູ້ສຶກ​ເຫັນ​ຮູບທາງ​ຕາກໍ່​ຊັກ​ຊ້າ​ບໍ່​ສະດວກ ​ເປັນ​ໄປ​ຕາມ​ກາຍ​ກໍ່​ເປັນ​ອັນວ່າຮູບ​ເວທນາສັນຍາສັງຂານ

ວິນຍານ​ນີ້ ​ໄດ້​ຊຳຣຸດຊຸດ​ໂຊມ​ໄປ ໂດຍ​​ລຳດັບເປັນ​ອາພາດ​ຄື​ຄວາມ​ທີ່​ຕອ້ງຖືກ​ຄວາມ​ແກ່ ຄວາມ​​ເຈ​ັບ​ໃຫ້​ຊຳຣຸດຊຸດ​ໂຊມໄປ​ໂດຍ​ລຳດັບ ຖ້າບັງຄັບ​ໃຫ້​ເປັນ​ໄປ​ຕາມຄວາມ​ປຣາຖນາ

ກໍ່​ບໍ່​ໄດ້ໃນ​ເມື່ອ​ຮ່າງກາຍ​ຊຳຣຸດຊຸດ​ໂຊມ​ລົງ​ໄປ​ທຸກໆ ສວ່ນກໍ່​ຊຳຣຸດຊຸດ​ໂຊມ​ດວ້ຍກັນ ສະ​ນັ້ນ​ຈຶ່ງ​ເປັນ​ສິ່ງ​ບໍ່​ທ່ຽງ​ມີ​ຄວາມ ແປປວນປ່ຽນ​ແປງ​ໄປ​ເປັນ​ທັມ​ດາ ອັນ​ຄວາມ​ແປ​ປວນປຽນ​ແປງ​ໄປ​ນີ້

​ແຫລະທີ່​ເປັນ​ຕົວ​ທຸກ​ເມື່ອ​ເປັນ​ດັ່ງ​ນີ້​ຈຶ່ງ​ບໍ່​ຄວນ​ທີ່​ຈະ​ມີ​ຄວາມ​ເຫັນ​ຢຶດຖື​ວ່າໜີ້​ເປັນ​ຂອງ​ເຮົາ ​

 

     ເຮົາ​ເປັນ​ໜີ້ ໜີ້​ເປັນອັດຕາ​ຕົວ​ຕົນ​ຂອງ​ເຮົາ​ດັ່ງ​ນີ້-ອັນ​ນີ້​ປຽບ​ເໝືອນ​ວ່າຖ້າ​ເຮົາ​ບໍ່​ມີ​ໜີ້​ເຮົາ​ຈະ​ບໍ່​ມີ​ຂອງ​ແຕ່​ຖ້າ​ເຮົາມີ​ຂອງເຮົາ​ຈະ​ມີ​ທຸກຢູ່​ໃນ​ຈິດໃຈຂອງເຮົາ ເພາະ​ເຈົ້າ​ຂອງ​ຊັບ​ເຂົາ​ຈະ

​ຕິດຕາມ​ນຳ​ຕົວ​ເຮົາ​ເອງ ​ເມື່ອ​ເຖິງ​ຕົວ​ຂອງ​ເຮົາ​ແລ້ວ ຮູບ​ ເວທນາ ສັນຍາ ສັງຂານ ວິນ​ຍານຂອງ​ເຮົາ​ຈະ​ມີ​ຄວາມ​ເສົ້າໝອງໃນ​ຄອບຄົວ​ຂອງ​ເຮົາ​ຈະ​ບໍ່​ມີ​ຄວາມ​ປອງ​ດອງ ​ແລະ​ຈະຖືກ​ບົກ

​ຜອ່ງດວ້ຍ-ຄວນ​ໝັ່ນ​ພິຈາຣະນາໃຫ້ແນມເຫັນສັດຈະຄືຄວາມຈິງໃຈຕາມທີ່ພຣະພຸທເຈົ້າຊົງສັ່ງສອນເປັນສັນຍາແລະກໍ່ຈະເປັນປັນຍາຂຶ້ນມາໂດຍລຳດັບຈະເປັນເຄື່ອງທຳລາຍຂີ້ຝຸ່ນທີ່ເຂົ້າຕາ

ເປັນການເຂັ່ຽຂີ້ຝຸ່ນອອກໄປຈາກດວງຕາໂດຍລຳດັບເມື່ອເປັນດັ່ງນີ້ແລ້ວກໍ່ຈະແນມເຫັນແຈ່ມແຈ້ງຂຶ້ນກໍ່ຄືດວງພຣະອາທິດດວງດຽວນີ້ເອງ ທີ່ພຣະພຸທເຈົ້າໄດ້ຊົງສອ່ງ ແຕ່ເມື່ອຂີ້ຝຸ່ນທີ່ເຂົ້າ

ຕານີ້ນອ້ຍລົງ ຄວາມຮູ້ຄວາມເຫັນກໍ່ຈະແຈ້ງຊັດຂຶ້ນຈະປະກົດເປັນປະຖິເວດຄືຄວາມຈະແຈ້ງຮູ້ແຈ້ງແທ້ຕຣອດ ອັນເປັນຄວາມຮູ້ທີ່ປັບປຸງໂປ່ງຂຶ້ນ ໂດຍລຳດັບແຫ່ງການປະຕິບັດນັ້ນດວ້ຍ                  

                                                                                                                                                        

ທັມມະກັບຊີວິດປະຈຳວັນ-ຕອ້ງນຶກເຖິງອະດີດແລະຕຣວດສອບປັດຈຸບັນວາງແຜນອະນາຄົດ

 ( ຄົນເຮົາທຸກຄົນມີອະດີດ ມີປັດຈຸບັນ ມີອະນາຄົດ )

     ອະດີດນັ້ນເອົາມາເປັນເຄື່ອງເຕືອນໃຈຢ່າງໄດ ສົມມຸດວ່າເມື່ອກອ່ນເຮົາເປັນຄົນທັມດາໆ ບໍ່ມີເງິນບໍ່ມີຄຳໄຊ້ ເຮົາຕອ້ງຕໍ່ສູ້ໂຕເອງເປັນບົວລອງ ເພື່ອຈະໄດ້ຕັ້ງເນື້ອຕັ້ງໂຕເປັນຫລັກ ເປັນຖານ ແລ້ວເຮົາກໍ່ຕອ້ງເອົາມາພິຈາຣະນາວ່າ ອະດີດຂອງເຮົານັ້ນຢູ່ໃນສະພາບລຳບາກ ຢ່າງໄດ ຄວາມລຳບາກທັງຫລາຍຄວນຈະເປັນບົດຮຽນເປັນຄູເຕືອນຈິດສະກິດໃຈຂອງ

ເຮົາ ວ່າ ເຮົາຕອ້ງອາສັຍຄວາມພຽນຄວາມອົດທົນ ຄວາມກ້າວໜ້າການເຮັດແທ້ທຳແທ້ ຊີວິດຈິ່ງໄດ້ຜ່ານພົ້ນອຸປສັກ ຄືຄວາມລຳບາກນັ້ນມາໄດ້ ມາຢູ່ໃນຖານະທີ່ສະບາຍດັ່ງເປັນຢູ່ໃນ

ປັດຈຸບັນ-( ເມື່ອສະບາຍແລ້ວບາງທີ່ເຮົາຈະລືມໂຕໄປ ລືມນຶກໄປເຖິງອະດີດວ່າເຮົາເຄີຍເປັນຢ່າງນັ້ນເປັນຢ່າງນີ້ ທີ່ຄົນໂບຣານເພິ່ນເວົ້າວ່າ ງົວລືມຕີນ ຄືມັນລືມວ່າຕີນມັນມີຈັກຕີນ ແລ້ວ

ມັນຈະຢຽບອັນໄດແນ່ ເລີຍໄປຢຽບພາດຖືກນັ້ນຖືກນີ້ ອັນນີ້ຄົນເຮົາບາງທີກໍ່ລືມໄປໃນ ເຣື້ອງຢ່າງນັ້ນຢ່າງນີ້ ເລີຍບໍ່ໄດ້ນຶກເຖິງຂອງເກົ່າທີ່ຕົນເຄີຍເປັນເຄີຍຢູ່ຢ່າງໄດມາກອ່ນ ພໍມີ ອັນໄດ

ຜິດຂຶ້ນຈາກເດີມກໍ່ເມົາມົວໃນສິ່ງນັ້ນໆ ຄືເມົາໃນເງິນໃນທອງໃນອຳນາດໃນຄວາມ ເປັນໃຫ່ຽແລະບໍ່ເບິ່ງໃຜ່ຣາສດອນ-ຄວາມເມົາແບບນີ້

 

     ພຣະພຸທເຈົ້າຖືວ່າເປັນຄວາມປະໝາດ ຊີວິດຈະຕອ້ງຕົກຕໍ່າບໍ່ກ້າວໜ້າ ແຕ່ຖ້າເຮົາບໍ່ເມົາແລ້ວນໍາເອົາອະດີດມາເຕືອນໂຕເອງໃວ້ສເມີວ່າໃນສມັຍນຶ່ງເຮົາເຄີຍເປັນຢ່າງນັ້ນແລະເຄີຍ

ລຳບາກກາກກຳມາແລ້ວແຕ່ດຽວນີ້ເຮົາສະບາຍກໍ່ຢ່ານຶກວ່າເຮົາຈະ ສະບາຍສເມີໄປ ເພາະວ່າຄູບາອາຈານແລະເຖົ້າແກ່ເພິ່ນສອນບອກວ່າ ສິ່ງທັງຫລາຍມັນບໍ່ທ່ຽງອາດຈະປ່ຽນແປງໄປ

ຍາມໄດກໍ່ໄດ້ເຫດການທັງຫລາຍມັນບໍ່ແນ່ນອນໂຕຂອງເຮົາມັນປ່ຽນ ໂລກມັນກໍ່ປ່ຽນ ມີອັນໄດປ່ຽນແປງໂດຍບໍ່ຮູ້ເນື້ອຮູ້ຕົວເກີດຂຶ້ນ ​ເຮົາ​ກັບ​ຕົວ​ບໍ່​ທັນ​ຈະ​ລຳບາກເດືອດຣອ້ນ ​ເພາະສະ​ນັ້ນ

​ຈະ​ຕອ້ງຕຽມ​ໃວ້​ໃຫ້​ໝັ້ນຄົງ ​ເຊັ່ນ​ວ່າ​ເງິນ​ທອງ​ທີ່​ຫາ​ໄດ້​ເຮົາ​ຈະ​ຈ່າຍ ​ໃຫ້​ມັນ​ເບິດ​ເສັຽກໍ່ບໍ່​ໄດ້ ສນຸກ​ເກີນ​ໄປ​ກໍ່​ບໍ່​ໄດ້​ເຮົາ​ຕອ້ງຄິດ​ວ່າ​ອະນາຄົດ ມັນ​ຈະ​ມີ​ການ​ປ່ຽນ​ແປງ​ໄປ​ຢ່າງ​ໄດ​ກໍ່​ບໍ່​ຮູ້ ​ເຮົາ​ຈະ

​ຕອ້ງ​ເຜື່ອ​ໃວ້​ແນ່​ຈຶ່ງ​ເອີ້ນ​ວ່າ​ເຜື່ອ​ຂາດ​ເຜື່ອ​ເຫລືອ ຢ່າງ​ນີ້​ຄື​ບໍ່ປະໝາດ​ເພາະ​ນຶກ​ເຖິງ​ອະນາຄົດ​ໃວ້ແລ້ວ​ຈຶ່ງ​ເປັນ​ຄົນ​ທີ່​ບໍ່​ລື​ມ​ເນື້ອ​ລືມ​ຕົວຊີວິດ​ຈະ​ບໍ່​ຕົກ​ຕຳ່ ອັນ​ນີ້​ເພິ່ນ​ຈຶ່ງ​ເວົ້າ​ວ່າ​ໃຫ້​ຄິດ​ເຖິງ

​ອະດີດ ​ເພື່ອ​ເປັນ​ເຄື່ອງ​ເຕືອນ​ໃຈ​ເຮົາ ​ໂບຣານ​ເພິ່ນ​ກ່າວ​ສອນ​ໃວ້ວ່າຕັກ​ນ້ຳ​ໃສ່​​​ໃຫ​ໂອ່​ງ​ໃຫ້ໂງເບິ່ງ​​ໂຕເສັຽ​ແນ່ ​ເພື່ອ​ຈະ​ໃຫ້ ຮູ້​ວ່າ​ເຮົາ​ບົກ​ຜອ່ງ​ໃນ​ແງ່​ໄດ ​ເສັຽຫາຍ​ໃນ​ເຣື້ອງອັນ​ໄດ​ປະໝາດ

​ຢ່າງ​ໄດ​

 

      ​ຈະ​ໄດ້​ຮູ້​ເນື້ອ​ຮູ້​ຕົວ​ເອງ​ໃຫ້​​ແຍງ​ແ​ວ່ນ​ເຣື້​ອຍໆແວ່ນ​ທີ່​ເປັນ​ແກ້​ວນັ້ນ​ເບິ່ງ​ໄດ້​ແຕ່​ພຽງ​ຮ່າງກາຍ ​ແຕ່​ກະຈົກ​ແວ່ນ​ທັມ ຂອງ​ພຣະພຸ​ທ​ເຈົ້າ​ນັ້ນເບິ່ງ​ໃຫ້​ເຖິງ​ຈິດ​ໃຈ ​ເຮົາ​ຕອ້ງ​ເອົາ​ທັມມະ​ມາ

​ຊອ່ງ​ເບິ່ງ​ຈິດ​ໃຈ​ຂອງ​ເຮົາ ຄວາມ​ຄິດ​ຄວາມ​ນຶກ​ການ​ເປັນ​ຢູ່​ໃນ​ຊີວິດ​ປະຈຳ​ວັນຂອງ​ເຮົາ ວ່າ​ມີ​ອັນ​ໄດ​ບໍ່​ເໝາະ​ບໍ່​ຄວນ ມີ​ອັນ​ໄດ​ຄວນ​ຈະ​ປັບປຸງ​ແກ້​ໄຂ ມີ​ອັນ​ໄດ​ຄວນ​ຈະ​ເຮັດ​ໃຫ້​ດີ​ຂຶ້ນ​ໄປ​ກົ່ວນີ້

​ເຮົາ​ເອງ​ຈະ​ຕອ້ງ ຄິດ​ຢູ່ເຣື້​ອຍໆ ຖ້າ​ຄິດ​ໃວ້​ເຣື້​ອຍໆ​ແລ້ວຣັບຣອງວ່າ​ບໍ່​ຕົກ​ຕຳ່ ຊີວິດ​ຂອງ​ເຮົາຈະ​ກ້າວໜ້າ​ໄປ​ເຣື້ອຍໆ ຖານະ​ການ​ເງິນ​ທອງ​ການ​ເປັນ​ຢູ່​ຂອງ​ເຮົາກໍ່​ຈະຣຽບຣອ້ຍ ບໍ່​ບົກ​ພອ່ງ

​ເພາະ​ເຮົາ​ເປັນ​ຜູ້​ບໍ່​ປະໝາດ ອັນ​ນີ້​ເປັນ​ເຣື້ອງສຳຄັນ ​ເພິ່ນ​ຈຶ່ງ​​ເອີ້ນ​ວ່າ ນຶກ​ເຖິງອະດີດ​ໃວ້

 

   ​   ສຳຫລັບ​ໂຕ​ເຮົາ​ປັດຈຸບັນ​ນີ້ ກໍ່​ໃຫ້​ນຶກ​ແຕ່​ພຽງ​ວ່າ ​ເຮົາ​ຢູ່​​ໃນ ບັດ​ນີ້​ເຮົາ​ມີ​ອັນ​ໄດ​ທີ່​ຈະ​ຕອ້ງ ​ເຮັດ​ແລະ​ເຮົາ​ຄວນ​ຈະ​ເຮັດ​ສິ່ງ​ນັ້ນ​ຢ່າງ​ໄດ ຄວນ​ຈະ​ຄິດ​ຢ່າງ​ໄດ​ຄວນ​ຈະ​ເວົ້າ​ຢ່າງ​ໄດ ຄວນ

ຈະ​ເຮັດ​ໃນ​ເຣື້ອງ​ໄດ ​ເຣື້ອງທີ່​ເຮົາ​ຈະ​ເຮັດ​ນັ້ນ​ມັນ​ຖືກ​ຫຼື​ຜິດ ມັນ​ຊົ່ວ​ຫຼື​ດີ ມັນ​ຈະ​ເປັນ​ໃຫ້​ເກີດ ຄວາມ​ເສື່ອ​ມຄວາມ​ຈະ​ເຣີນ​ແກ່​ຊີວິດ​ຈິດ​ໃຈ ​ແລະ​ສະພາບ​ຄອບຄົວ​ຢ່າງ​ໄດ ​ເປັນ​ເຣື້ອງທີ່ ສອບ

​ສວນ​ຕົນ​ເອງ​ຢູ່​ສ​ເມີ-ໃນ​ຂນະ​ທີ່​ເຮັດ​ຢູ່​ໃນ​ເຣື້ອງນັ້ນ​ຢ່າ​ເຜີ​ຢ່າ​ປະໝາດ​ໃນ​​ຕົວປັດຈຸ ບັນ ​ແລ້ວ​ໂຕ​ປັດຈຸບັນ​ນີ້​ແຫລະ​ສຳຄັນ​ທີ່​ສຸດ ​ເພາະ​ປັດຈຸບັນ​ມັນ​ສ້າງ​ອະດີດ ປັດຈຸບັນ​ມັນ ສ້າງ​ອະນາຄົດ

 ອະດີດ​ຂອງ​ເຮົາ​ຈະ​ສົດ​ໃສຮຸ່ງ​ເຮື​ອງ​ເປັນ​ທີ່​ໜ້າ​ຊຶ່ນ​ໃຈ ​ກໍ່ເພາະ​ຕົວ​ປັດຈຸບັນ ຖ້າ​ເຮົາ​ເຮັດ​ປັດຈຸບັນ​ດີມັນລຸ​ລວ່ງ​ໄປ​ມັນ​ກໍ່​ເປັນ​ອະດີດ ອະດີດ​ມັນ​ກໍ່​ດີ​ໃນ​ຊົ່ວ​ໂມງ​ນີ້​ເຮົາ​ເຮັດ ດີ ມັນກໍ່​ເປັນ​ອະດີດ

​ຂອງ​ຊົ່ວ​ໂມງ​ໜ້າ ຊົ່ວ​ໂມງ​ໜ້າ​ມັນ​ກໍ່​ສັມພັນ​ກັບ​ປັດຈຸບັນ ​ເພາະສະ​ນັ້ນ ຕົວ​ປັດຈຸ​ບັນ​ນີ້​ຈະ​ຕອ້ງຢູ່​ດວ້ຍຕົວ​ສະຕິ​ປັນຍາ ​ໃຫ້​ຖື​ເອົາ​ພຣະພຸ​ທ​ເຈົ້າ​ເປັນ​ຜູ້ນຳ​ໃວ້ ​ເອົາພຣະ ທັມ​ເປັນ​ແຜນ​ທີ່​ທາງ

​ເດີນ​ຂອງ​ຊີວິດ​ຢ່າ​ເດີນ​ຜິດ​ທາງ ​ໃຫ້​ເດີນ​ຕາມ​ແຜນ​ທີ່ ທີ່​ຄູບາ​ອາຈານສອນ​ບອກ​ໃວ້​ໃຫ້​ເຮົາ​ເດີນ ​ເດີນ​ດວ້ຍຄວາມຣະມັ​ດຣະວັງ ​ເດີນ​ດວ້ຍຄວາມ​ກົ່ວ ກົ່ວ​ວ່າ​ມັນຈະ​ຜິດ​ກົ່ວ​ວ່າ​ມັນ​ຈະ​ເສັຽຫາຍ

 ກົ່ວ​ວ່າ​ມັນ​ຈະ​ເກີດ​ໂທດ​ແກ່​ເຮົາ​ແກ່​ຄົນ​ອື່ນ ​ໃຫ້​ພາກັນ​ນຶກໃວ້ ຢ່າງ​ນັ້ນ

 

     ຖ້າ​ນຶກ​ໃວ້ຢ່າງ​ນີ້ ຕົວ​ປັດຈຸບັນ​ຂອງ​ເຮົາ​ກໍ່​ຈະຣຽບຣອ້ຍ ອະນາຄົດ​ທີ່​ຈະ​ມາເຖິງ ກໍ່ຣຽບຣອ້ຍ​ເໝືອນ​ກັນ ສວ່ນ​ເຣື້ອງ ອະນາຄົດຂ້າງໜ້າ​ນັ້ນ ​ເຮົາ​ກໍ່​ຕອ້ງວາງ​ແຜນ​ໃວ້​ເພາະ​

ຊີວິດ​ຂອງ​ເຮົາ​ບໍ່​ແນ່ວ່າ​ຈະ​ໄປ​ດັບ​ລົງ​ເມື່ອ​ໄດວັນ​ນີ້​ຄືນ​ນີ້ເຮົາ​ຍັງ​ຢູ່ມື້​ອື່ນ​ບໍ່​​ແນ່ວ່າ​ຈະ​ຢູ່​ຫຼື​ບໍ່​ຢູ່ ຖ້າ​ຢູ່​ເຮົາ​ຈະ​ຢູ່​ຢ່າງໄດເຮົາຈະ​ມີ​ອັນ​ໄດ​ກິນ​ມີອັນ​ໄດ​ໄຊ້ ​ເຮົາ​ຈະ​ຢູ່​ຢ່າງ​ຄົນ​ມີ​ກຽດ​ມີ​ຊື່​ສຽງ​ບໍ່ ​ເຮົາ

​ຄວນ​ຈະ​ນຶກ​ອັນ​ໄດຄວນ​ຈະ​ທຳ​ອັນ​ໄດ​ໃນ​ທາງ​ທີ່​ຈະ​ເປັນ​ປະໂຍດ​ແກ່​ອະນາຄົດ-ໃນ​ຊີວິດ​ຂອງ​ເຮົາ ທ່ານສອນ​ໃຫ້​ນຶກ​ເຖິງ​ເຣື້ອງອະນາຄົດ​ໃວ້ສ​ເມີ ​ເພື່ອ​ເປັນ​ເຄື່ອງເຕືອນ​ໃຈ​ຂອງ​ເຮົາ​ເອງວ່າ

ຂ້າງ​ໜ້າ​ມັນ​ຍັງ​ມີ​ຢູ່ ບໍ່​ໄຊ້ວ່າ​ຈະ​ກິນ​ກັນ​ໃຫ້​ເບິດ​ໃນ​ວັນ​ນີ້ ສ່ວນ​ມື້​ອື່ນ​ນີ້ຊ່າງ​ມັນ

 

     ​ເໝືອນ​ກັບ ຄົນ​ທີ່​ເຂົ້າ​ໄປ​ໃນ​ປ່າ​ພໍ້ຕົ້ນ​ໄມ່ຕົ້ນ​ນຶ່ງ​ ​ແລ້ວ​ມັນ​ກໍ່​ມີ​ໝາກ​ກິນ​ໄດ້​ແທນ​ທີ່​ເຂົ້າ​ຈະ​ເອົາ​ອັນ​ໄດ​ມາ​ແໝ້ນໄປ​ກິນ​ຈັກ​ໝາກ​ສອງ​ໝາກ ​​ແຕ່ເຂົາ​ບໍ່​ເຮັດ​ຢ່າງ​ນັ້ນ​ເຂົາປັ້ບມັນລົງ

ມາ​ທັງ​ຕົ້ນ​ເລີຍ​ ແລ້ວກໍ່​ເກັບ​ເອົາ​ໝາກ​ໄປ​ກິນ ​ຄາວ​ດຽວຕົ້ນ​ໄມ້​ມັນ​ກໍ່​ຕາຍ​ກໍ່​ເລີຍບໍ່​ໄດ້​ກິນມັນ​ຕໍ່​ໄປ ອັນ​ນີ້ແລ້ວ​ເຂົາເອີ້ນ​ວ່າ​ບໍ່​ນຶກ​ເຖິງ​ອະນາຄົດ ຫຼື​ຄົນ​ທີ່​ມີ​ນິສັຍ​ທຳລາຍ​ຊັພຍາກ​ອນ

ທັມ​ຊາດ ​ເຊັ່ນ​ທຳລາຍ​ປ່າໄມ້​ທຳລາຍ​ຫວ້ຍຮອ່ງຄອງ​ນ້ຳລຳ​ທານຫຼື​ວ່າ​ທຳ​ອັນ​ໄດ​ຕ່າງໆເອົາແຕ່​ປະ​ໂຍດສວ່ນຕົວ​ຄົນດຽວ​ສະ​ເພາະ​ໜ້າແຕ່​ບໍ່​ໄດ້​ຄິດ​ວ່າ​ອະນາຄົດ​ຂ້າງ​ໜ້າ​ມັນ​ຈະເປັນ​ຢ່າງໄດ

ພວກ​ເຫລົ່າ​ນີ້​ເປັນ​ພວກ​ບໍ່​ມີ​ອະນາຄົດອັນ​ນີ້​ລະ​​ເຮັດ​ໃຫ້​ເກີດຄວາມ​ເສັຽຫາຍແກ່​ຕົນ​ແກ່​ທ່ານ​ເອງຕຣອດ​ເຖິງ​ສ່ວນຣວມຂອງ​ປະ​ເທດ​ຊາດ​ດວ້ຍ​ເໝືອນ​ກັນ-ແຕ່​ຄົນ​ບາງຄົນອາດ

ຈະ​ຄິດ​ແຕ່​ພຽງ​ວ່າ​​ເຮັດອັນ​ໄດ ​ເຮົາ​ກໍ່​ບໍ່​ໄດ້​ກິນ​ບໍ່​ໄດ້​ໄຊ້ ສົມມຸດ​ວ່າ​ຈະ​ປູກ​ຕົ້ນ​ໄມ້​ໃວ້ຈັກ​ຕົ້ນ​ນຶ່ງ ແຕ່​ບາງ​ຄົນບໍ່ປູກ​ເພາະວ່າ​ປູກ​ໃວ້ເຮັດຫຍັງບໍ່​ກີ່​ວັນ​ກໍ່​ຕາຍ​​ແລ້ວ ອັນ​ນີ້​ເຂົາ​ເອີ້ນວ່າ​ຄົນ​ນັ້ນ​ບໍ່​ໄດ້

​ຄິດ​ເຖິງອະນາຄົດບໍ່​ໄດ້​ຄິດ​ເຖິງ​ຄົນ​ອື່ນ​ທີ່​ຈະ​ເກີດ​ຕາມ​​ຫລັງມາເຮັດອັນ​ໄດບໍ່​ໄຊ້​ເພື່ອເຮົາຄົນ​ດຽວ​ເຮົາ​ຈະ​ຕອ້ງນຶກ​ເຖິງ​ຄົນ​ອື່ນ​ແນ່ ​ເຊັ່ນ​ເຮົາ​ປູກ​ຕົ້ນ​ໄມ້​ໃວ້ຕົ້ນ​ນຶ່ງ​ແມ່ນ​ເຮົາ​ຈະ​ບໍ່​ໄດ້​ຮົ່ມ​ເງົາ​ຂອງ

ຕົ້ນ​​ໄມ້ນັ້ນແຕ່​ວ່າ​ເມື່ອ​ມັນ​ໃຫ່ຽຂຶ້ນ​ໄປ​ຄົນ​ອື່ນ​ໄດ້​ອາ​ສັຍໄດ້​ຮັບ​ຄວາມ​ສະດວກສະບາຍ ຄົນເຮົາ​ຈະ​ໄປ​ຢູ່​ໃນ​ທີ່​ໄດ​ກໍ່ຕາມ​ແຕ່​ກໍ່​ຄວນ​ຄິດ​ໃວ້ສ​ເມີ​ວ່າ ຄວນ​ຈະ​​ເຮັດ​ອັນ​ໄດ​ຖິ້ມ​ໃວ້​ແນ່​ເພື​ອ່

ອະນາຄົດ​ທີ່​ລູກ​ຫລານ​ຈະ​​ແນ​ມ​ເຫັນ​ຮອ່ງຮອຍ​ທີ່​ເຮົາ​ທຳ​ໃວ້ ບໍ່​ໄຊ້ວ່າ​ຈະ​ຢູ່​ເອົາ​ແຕ່​ປະ​ໂຍດແລ້ວ​ກໍ່​ບໍ່​ເຮັດ​ອັນ​ໄດ​ໃວ້​ເລີຍ -ຄົນ​ເຮົາ​ກໍ່​ຕອ້ງຄວນ​ຄິດ​ໃນ​ເຣື້ອງນີ້​ໃວ້​ແລ້ວ​ກໍ່​ເຮັດ​ອັນ​ໄດ​ໃນ​ສິ່ງ​ທີ່​ເປັນ

​ປະ​ໂຍດ​ເທົ່າ​ທີ່​ສາມາດ​ຈະ​ກະທຳ​ໄດ້-ຄົນ​ທີ່​ບໍ່ຄິດຈະ​ເຮັດ​ອັນ​ໄດ​ທີ່​ເປັນ​ປະ​ໂຍດ​ແກ່ຜູ້ອື່ນນັ້ນ​ເອີ້ນ​ວ່າ​ເປັນ​ຄົນ​ເຫັນ​ແກ່​ຕົວອັນ​ນີ້​ຄື​ຄົນ​ຍັງ​ບໍ່​ດີ​ຍັງ​ບໍ່​ປະພຶດ​ປະຕິບັດ​ທັມ​ຂອງ​ພຣະພຸ​ທ​ເຈົ້າ ​ເຮົາ

​ຕອ້ງຫັດ​ເສັຽສະລະ​ເຮັດ​ອັນ​ໄດໆ​ທີ່​ເປັນ​ປະ​ໂຍດ​ແກ່​ຜູ້​ອື່ນ​ທຸກ​ໂອກາດ​ທີ່​ເຮົາສາມາດ​ທີ່​ເຮົາ​ຈະ​ກະທຳ​ໄດ້ ອັນ​ນີ້​​ລະຄື​ປະ​ໂຍດ​ຂອງ​ການ​ທີ່​ເຮົາ​ຄິດ​ເຖິງເຣື້ອງ

ຂອງ​ອະດີດ ປັດຈຸບັນ ອະນາຄົດ ​ເພື່ອ​ເອົາ​ມາ​ເປັນ​ບົດຮຽນ​ເຄື່ອງ​ເຕືອນ​ໃຈ​ສະ​ກິດ​ໃຈ ​ໃຫ້​ເກີດ​ຄວາມ​ນຶກ​ຄິດ​ໃນ​ທາງ​ທີ່​ຖືກ​ຕອ້ງ​ແລະ​ຊອບ​ທັມ​ຕາມ​ສົມຄວນ​ແກ່​ຖານະ

                             ​ທັມມະລີລາ ຄຳ​ສັບ​ບາ​ລີ -   ຈອ່ຍ ອິສຣະ ຜູ້​ຄົ້ນ​ຄົ້ວ   ກະຣຸນາສົ່ງ​ຕໍ່ໆ ​ກັນ​ອ່ານ ຜິດພາດ​ຂໍ​ອາ​ພັຍ

Home