ຄວນ​ຈະ​ເບິ່ງ​ແຍງ​ແມ່ ​ໃຫ້​ດີ

​  ໃຜ​ຍັງ​ມີ​ແມ່ ຕ້ອງ​ເບິ່ງ​ແຍງ​ແມ່​ໃຫ້​ດີ ບໍ່​ດັ່ງ​ນັ້ນ​ຈະ​ເສັຽ​ໃຈ​ພາຍຫລັງ ​ເມື່ອ​ບໍ່​ມີ​ໂອກາດ ​ເປັນ​ຄຳ​ຄ້ຳ​ຄວນ​ຂອງ

ເພື້ອນຄົນ​ນຶ່ງ ທີ່​ລາວ​ຈົ່ມ​ຢູ່​ຕຣອດມາວ່າ ຊາຕນີ້​ຄົງ​ບໍ່​ມີ​ໂອກາດ​ອີກ​ແລ້ວ ​ເພາະ​ແມ່​ຂ້ອຍ​ຕາຍ​ເສັຽ​ແລ້ວ ບໍ່​ວ່າ​

ແຕ່​ເຮົາ ຈະ​ກາຍ​ເປັນ​ນາຍ​ພົລ ​ເປັນ​ນາຍ​ຄົນ ​ເປັນ​ຄູ ​ເປັນ​ໝໍ ຫຼື ​ເປັນ​ຫຍັ​ງກໍ່ຕາມ ​ແມ່​ກໍ່​ຍັງ​ເປັນ​ແມ່ຂອງ

ເຮົາ ​ເຮົາ​ຄວນ​ໃຫ້​ຄວາມ​ເຄົາຣົບ ຕໍ່​ຄຳ​ແນະນຳຈາກ​ເພິ່ນ ຢ່າ​ໄດ້​ຖຽງ​ຄວາມຂອງ​ແມ່ ທີ່​ສັ່ງສອນ​ໃວ້ 

            ຄຳ​ເວົ້າ​ ຄຳ​ຈາ ພາ​ໃຫ້​ມີ​ສະ​ເໜ່

  ຄຳ​ເວົ້າ ຄຳ​ຈາ ຄືຜ້າ​ແພ​ຜືນ​ງາມ ທີ່​ປະດັບ​ເອ້​ໃຫ້​ຄົນ​ເຮົາ​ມີ​ສະ​ເໜ່ ​ເບິ່ງ​ແລ້ວ​ມີ​ສະຫງ່າ​ລາສີ ຄຳ​ທີ່​ເວົ້າ

ອອກ​ມາ​ເປັນ​ຄຳໆ ຈະ​ແມ່ນ​ຄຳ​ຫຍາບ ຄຳ​ລະອຽດ ຄຳ​ສົ້ມ ຄຳ​ເຄັມ ຄຳ​ຄົມ ຄຳ​ຂົມ ​ແລະ ຄຳ​ມ່ວນ ​ແມ່ນ

ກາຣສະ​ແດງ ອອກ​ທາງ​ວັທນະ​ທັມ​ທີ່​ດີງາມ ​ແລະ ມີ​ຄຸນຄ່າ ພໍ່​ເຮືອນ​ແມ່​ເຮືອນ​ບາງ​ຄົນ ​ເມື່ອ​ເວົ້າ​ຢູ່​ຫ້ອງ

ກາຣ ຫຼື ພົບ​ປະ​ສັງຄົມ ຄື​ຈັ່ງ​ວ່າ​ເປັນຕາ​ນັບຖື ​ເວລາ​ເວົ້າ​ຈາ​ພາ​ທີ ມີ​ຄວາມ​ອອ່ນນ້ອມ ມີ​ຄວາມ​ອອ່ນຫວານ

ມີ​ຄວາມລະມັດລະວັງ ​ໃຫ້​ກຽດ​ຄົນ​ອອ້ມຂ້າງ​ ​ແຕ່​ເວລາ​ເວົ້າ​ກັບ​ລູກ​ກັບ​ເມັຽ ຫຼື ຜົວ ພັດ​ບໍ່​ມີ​ຄວາມ​ເກງ​ອົກ​

ເກງໃຈ ​ເວົ້າ​ຈົກໆ ​ເຈັກໆ ກະ​ແທກ​ແດກ​ດັນ ປານ​ວ່າ ລູກ​ເມັຽ ຫຼື ຜົວ ບໍ່​ມີ​ຫົວ​​ໃຈ

  ຄຳ​ບູຮານ​ຂານ​ກ່າວ​ວ່າ ຄຳ​ເວົ້າ​ຂອງ​ແມ່ອອກ​ຈາກ​ຫົວ ຄຳ​ເວົ້າ​ຂອງ​ຜົວ​ອອກ​ຈາກ​ໃຈ ໝາຍ​ຄວາມ​ວ່າ​

ແນວໃດ? ​​ຄວາມ​ໝາຍ​ນີ້​ວ່າ ​ໝາຍ​ຄວາມ​ວ່າ ຄຳ​ເວົ້າ ທີ່​ເວົ້າ​ນຳ​ລູກ​ນຳ​ເຕົ້າ​ນັ້ນ ຕ້ອງ​ຜ່ານ​ຫົວ​ສະໝອງ ​

ເປັນ​ຄຳ​ເວົ້າ ທີ່​ມີ​ກາຣຮິ່ນຕອງ ​ຕ້ອງຄິດ​ຫງຳ​ລະອຽດ​ຫລາຍ​ຫລົບ​ຫລາຍ​ຕ່າວ ບໍ່​ແມ່ນ​ວ່າ ຕົນ​ເປັນ​ພໍ່ເປັນ​ແມ່

ຢາກ​ເວົ້າຫຍັງ​ກໍ່​ໄດ້ ຫຼື ​ເວົ້າ​ແມວ​ໃດ​ ກໍ່​ຈະ​ຖືກ​ໝົດ ​ເວົ້າ​ອອກ​ໄປ​ແລ້ວ ຕ້ອງ​ໃຫ້​ລູກ​ສາມາ​ຖ ນຳ​ເອົາ​ໄປ​ໃຊ້

ເປັນ​ປະ​ໂຍດ​ໃນ​ຊີວິດ ສຳລັບ​ຄຳ​ເວົ້າ​ທີ່​ໃຊ້​ເວົ້າ​ກັບ​ເມັຽ ຫຼື ຜົວ ຕ້ອງ​ເຕັມ​ໄປ​ດ້ວຍ​ຄວາມ​ຮັກ ຄວາມ​ຫ່ວງ

ໃຍ ​ໃສ່​ໃຈ ​ແລະ​ຖະນຸຖະໜອມ​ນ້ຳ​ໃຈ​ອີ່ຫຼີ ອັນ​ນີ້​ ເປັນຄຳເວົ້າ​ທີ່​ຟັງ​ແລ້ວ ​ເກີດ​ມີ​ກຳລັງ​ໃຈ ສ່ວນ​ຄຳ​ເວົ້າ

ຂອງ​ລູກ ກໍ່ຕ້ອງ​ມີສຳ​ມາຄາລະ​ວະ ກະຕັນຍູ​ຕໍ່​ພໍ່​ແມ່ ​ແນວ​ໃດ​ກໍ່​ດີ

  ອັນ​ທີ່ ຢາກ​ໃຫ້​ຜົວ​ເວົ້າ​ມ່ວນ ​ເມັຽ​ເວົ້າ​ດີ ​ແລະ ມີລູກ​ເວົ້າ​ຫວານ ມັນ​ກໍ່​ຕ້ອງ​ໄດ້​ຊ່ອຍ​ກັນ ພ້ອມ​ກັນ ​ແລະ

ເຝິກ​ໃຫ້​ເປັນຄວາມ​ຊິນ​ເຄີຍ ສຸພາສິດ​ລາວ​ສອນ​ວ່າ ​ໃຫ້​ເຈົ້າ​ໃສ​ ສ​ເມີ​ແກ້ວ ຄື​ແຫວນ​ແພງ​ ວົງ​ປະ​ເສີດ

ຄິດໃຫ້​ດີທີ່​ຖ້ວນ ສາ​ແລ້ວ​ຈິງ​ຄ່ອຍ​ຈາ

  ຄຳ​ເວົ້າ​ປະ​ເພດ​​ເຄັມ ​ເປັນ​ຄຳ​ທີ່​ບໍ່​ມ່ວນ​ຫູ ສ່ວນ​ຄຳ​ທີ່​ມ່ວນ​ຫູ​ນັ້ນ ​ແມ່ນ​ຄຳ​ທີ່​ງາມໆ ​ໃນ​ຄຳ​ທີ່​ງາມໆ​ນັ້ນແມ່ນ

ຄຳ​ທີ່​ບ່າວ​ສາວ​ລົມ​ກັນ ຕອນ​ກຳລັງ​ມີ​ຄວາມ​ຮັກ ຈົ່ນ​ປານ​ຈະ​ກືນ​ກິນ​ໄດ້ ຖ້າ​ຜົວ​ເມັຽຄູ່​ໃດ​ ຢາກ​ຮູ້​ວ່າເວົ້າ​ກັນແນວ

ໃດ​ ມັນ​ຈຶ່ງ​ຈະ​ກິນ​ໄດ້ ກໍ່​ລອງ​ປະຕິບັຕກັບ​ເມັຽ ຫຼື​ ຜົວ ​ແລະ​ລູກ ຄື​ກັບ​ຄົນ​ທີ່​ຕົນ​ຮັກ​ສຸດ​ຫົວ​ໃຈ ແລ້ວ​ຈະ​ຮູ້​ວ່າ

ຄວາມ​ຜາ​ສຸຂ​ໃນ​ຊີວິດຄອບຄົວ​ນັ້ນ ບໍ່​ຕ້ອງ​ແລ່ນ​ໄປ​ຊອກ​ຫາ​ຢູ່​ໄກ​ໃຫ້​ເສັຽ​ເວລາ ​ແລະ​ເປືອງ​ເງິນ​ຄຳ​ ແຕ່​ຢ່າງ​ໃດ

  ກາຣຂຶ້ນ​ຕົ້ນ​ແລະ​ມ່ວນ​ທ້າຍ​ຄຳ​ເວົ້າ ​ແມ່ນ​ຈຸດ​ສຳຄັນ​ທີ່​ສຸດ ຂອງ​ກາຣ​ເລີ້ມ​ສົນທະນາ ທີ່​ມີ​ຊີວິດ​ຊີວາ​ດູດ​ດື່ມ

ແລະ​ກິນ​ໃຈ ​ໃນ​ຊີວິດ​ຮັກ​ຂອງ​ພວກ​ເຮົາ ​ເວລາ​ຕໍ່ໜ້າ​ ຫຼື​ ຫ່າງ​ໄກ​ກັນ ​ເຄີຍ​ໄດ້​ງິນຄຳ​ວ່າ ທີ່​ຮັກ​ກິນ​ເຂົ້າ​ແລ້ວ​ບໍ?

ຄິດ​ຮອດ​ເດ​ ຂ້ອຍ​ຢາກ​ເຫັນ​ໜ້າ​ເຈົ້າ ຈົນ​ໃຈ​ຊິ​ຂາດ​ແລ້ວ​ເດ..​ໂອຍ ຈັງ​ແມ່ນ​ເວົ້າ​ຫວານອີ່ຫຼີ​ນໍ ​ແຕ່​ວ່າ​ບາດ​ໄດ້​

ຈັບ​ມື ຫຼື​ເຫັນ​ຂາ​ແປ້ວແລ້ວ​ ແລະ​ມີ​ລູກນ້ອຍ​ແລ້ວ ​ແຕ່​ຄຳ​ດີໆ​ມ່ວນໆ​ເຫລົ່າ​ນີ້ ກໍ່​ຄອ່ຍໆ​ຖືກ​ຫລົງ​ລືມ​ໄປ ​ແລະ

​​ຕ້ອງ​ເກີດ​ມີ​ຄວາມ​ໃໝ່​ມາ​ແທນ (ຂໍອະ​ໄພ) ​ເຊັ່ນ ບາງ​ຄົນ​ ກໍ່​ເອີ້ນ​ກັນ​ວ່າ​ອີ່​ຮ່າ ບັກ​ຫູ​ງ ລູກ​ອີ່​ນັ້ນ ລູກ

ບັກ​ອັນ​ນີ້? ຊອກ​ຫາ​ກິນ​ເອງ​ຕີ໋ ຢູ່​ຕູ້​ເຢັນ​ຫັ້ນ ບໍ່​ເຄີຍ​ມີ​ແມ່​ເບາະ? ນັ່ງ​ເຝົ້າ​ກັນ ​ມັນ​ຊິ​ໄດ້​ກິນ​ຫຍັງ

ສາລະ​ພັດ ​ແຕ່​ແນວ​ເວົ້າ​ບໍ່​ດີ ທີ່​ສັນ​ຫາ​ມາ​ເວົ້າ​ກັນ ຄວາມ​ໂມ​ໂຫ​​ໂທ​ໂສ ຫຼື ກາຣບໍ່​ຮູ້ຈັກ​ອະ​ໄພ ​

ເຮັດ​ໃຫ້​ຄວາມ​ສາມາ​ຖ ຄຸມ​ສະຕິ​ຕົນ​ເອງ​ມີ​ໜ້ອຍ

         ພຣະສົງຄ໌​ໃຊ້​ໂທຣະສັບ ​ເບິ່ງ​ໂທຣະທັດ ​ແລະ​ຫຼິ້ນ​ອິນ​ເຕີ​ເນ​ດ ຜິດ​ບໍ

  ຂຽນ​ເຣື້ອງ ​ທຸກ​ໃຈ​ແກ້​ໄຂ​ໄດ້​ແນວ​ໃດ? ຍັງ​ບໍ່​ທັນ​ຈົບ ກໍ່​ຍັງ​ມີ​ເຣື້ອງ​ໃໝ່​ເຂົ້າ​ມາ ຈຶ່ງ​ຕ້ອງ​ຂຽນເຣື້ອງ​

ໃໝ່​ໄປ​ກ່ອນ (ຢ້ານ​ລືມ) ຜູ້​ຕ້ອງກາຣຕິດຕາມ​ອ່ານ​​ເຣື້ອງທຸກ​ໃຈ ຈະ​ແກ້​ໄຂ​ໄດ້​ແນວ​ໃດ ອັນ​ນີ້​ ກໍ່​ຂໍ​ໃຫ້​

ທ່ານຕິດຕາມ ​ເຣື້ອງດັ່ງກ່າວ​ໄປ​ເລື້ອຍໆ ຂ້າພະ​ເຈົ້າ​ຈະ​ຂຽນ​ຕໍ່​ໄປ ຈົ່ນ​ສຸດ​ຫົວ​ໃຈ ​ໃນ​ຫົວ​ບົດ​ດັ່ງກ່າວ​ນີ້

-ມີ​ວັນ​ນຶ່ງ ກໍ່​ມີຫລາຍໆ​ຄັ້ງ​ທີ່​ຜ່ານ​ມາ ​ໄດ້​ມີ​ຄົນ​ມາ​ຖາມ​ວ່າ ດັ່ງ​ນີ

-ຖ- ພຣະອາຈານ ຂ້ານ້ອຍ​ສົນ​ໃຈ ຢາກ​ຖາມ​ວ່າ ພຣະສົງຄ໌​ໃຊ້​ໂທຣະສັບ​ຜິດ​ບໍ

-ຕ- ພຣະສົງຄ໌​ໃຊ້​​ໂທຣະສັບ​ຈະ​​ຜິດ ຫຼື ບໍ່​ຜິດ​ນັ້ນ ​ແລະ​ບາງ​ຄົນ​ກໍ່​ໃຊ້​ຜິດ​ກໍ່​ມີ ​

-ຖ- ຈັ່ງ​ໃດ​ຈຶ່ງ​ວ່າ​ຈັງ​ຊັ້ນ ຂ້ານ້ອຍ​ບໍ່​ເຂົ້າ​ໃຈ

-ຕ- ຄຳ​ຕອບ​ນີ້ ກໍ່​ຕ້ອງ​ອີງ​ຕາມ​ຄຳ​ຖາມ​ຂອງ​ພໍ່​ອອກ ​ເມື່ອ​ພໍ່​ອອກ​ຖາມ​ວ່າ ພຣະສົງຄ໌ (ອາດ​ລວມທັງ

ສາມະ​ເນນ​ພ້ອມ) ວ່າ​ພຣະສົງຄ໌​ໃຊ້​ໂທຣະສັບ​ຜິດ​ບໍ ຖ້າ​ຫາກ​ຕອບ​ຢ່າງ​ກົງ​ໄປ​ກົງ​ມາ ກໍ່​ຕ້ອງ​ຕອບ​ວ່າ

ຖ້າ​ພຣະສົງຄ໌​ໃຊ້​ໂທຣະສັບ​ຖືກ ກໍ່​ຖືກ ຖ້າ​ຫາກ​ເພິ່ນ​ໃຊ້​ຜິດ​ກໍ່​ຜິດ ຖ້າ​ໃຊ້​ໃນ​ທີ່​ອັນບໍ່​ຄວນ

-ຖ- ຂ້ານ້ອຍ​ງົງ​ອີກ​ແລ້ວ

-ຕ- ງົງ​ເຣື້ອງອັນ​ໃດ

ຜູ້​ຖາມ​ຕອບ​ວ່າ ຂ້ານ້ອຍ​ງົງ​ເຣື້ອງທີ່​ພຣະອາຈານ​ວ່າ ຖ້າ​ສົງຄ໌​ໃຊ້​ຜິດ ມັນ​ກໍ່​ຜິດ ຄຳ​ຕອບ​ດັ່ງກ່າວ​ ມີ​ດັ່ງ​ນີ້

ກ- ໝາຍ​ຄວາມ​ວ່າ ພຣະສົງຄ໌​ເອງ​ນັ້ນ ​ໃນ​ຖ້າ​ນະ​ທີ່​ເປັນ​ພຣະ ກໍ່​ໄດ້​ຊື່ວ່າ​ຜູ້​ປະ​ເສີດ​ ຄື​ເປັນ​ຜູ້​ປະຕິບັຕດີ ປະ

ຕິບັຕຊອບ​ແລ້ວ ຊີວິດ​ຂອງ​ເພິ່ນ​ ກໍ່​ດຳລົງຢູ່​ໃນ​ຖານະ​ທີ່​ດີທີ່​ຊອບ ​ເພິ່ນ​ຈະ​ຢູ່​ໃນ​ທີ່​ໃດ ປະຕິບັຕສິ່ງ​ໃດ ກໍ​ເປັນ

ໄປ​ໃນ​ທີ່​ຖືກ​ທີ່​ຊອບ ກາຣ​ໃຊ້​ໂທຣະສັບຂອງ​ເພິ່ນ ກໍ​ຕ້ອງ​ໃຊ້​ໃນ​ທີ່​ຖືກ​ທີ່​ຊອບ ອັນ​ທີ່ວ່າ​ບໍ່​ຜິດຣະບຽບວິນັຍ

ຂ- ອີກ​ຢ່າງ​ນຶ່ງ ພຣະສົງຄ໌​​ເອງ​ບວດ​ມາ​ແລ້ວ ກໍ່​ຕ້ອງ​ໄດ້​ປະຕິບັຕສິນ​ທັມ ​ເພື່ອ​ຄວາມ​ພົ້ນ​ທຸກ ກ້າວ​ໄປ​ສູ່ກາຣ

ດັບ​ກິ​ເດດ ຊື່​ຂອງ​ພຣະພິກຂຸ ​ແປ​ວ່າ ຜູ້​ໄປ​ເພື່ອ​ກາຣຂໍ​ທີ່​ປະ​ເສີດ” ​ໃນ​ຄວາ​ມໝາຍ​ນີ້​ວ່າ ໜ້າ​ທີ່​ຂອງພຣະ

ສົງຄ໌ນັ້ນ ມີ​ຖານະ​ເພື່ອ​ແພ່ ຫຼື​ຂໍ ໝາຍ​ຄວາມ​ວ່າ​ໄປ​ຂໍ​ໃຫ້​ຄົນ​ອື່ນ​ລະ​ຄວາມ​ໂລບ. ຄວາມ​​ໂກດ. ຄວາມຫຼົງ ຕາມ

ແນວທາງ​ ພຣະພຸ​ທສາສນາ ຫາກ​ລັກສະນະ​ເຊັ່ນ​ນີ້ ພຣະສົງຄ໌ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ໃຊ​ໂທຣະສັບ​ ກໍ່ໄດ້ ແຕ່​ວ່າ

ຊື່​ຄຳ​ວ່າ ພຣະພິກຂຸ​ນັ້ນ- ມີ​ຄຳ​ວ່າ​-ສົງຄ໌-ຕໍ່​ທ້າຍ​ດ້ວຍ​ອັນ​ນີ້ ໝາຍ​ຄວາມ​ວ່າ” ສົງຄ໌” ​ແປ​ວ່າລວມໝູ່ ສະ​ນັ້ນ

ພຣະສົງຄ໌ ກໍ່​ຕ້ອງ​ຢູ່​ກັນ​ເປັນຄນະ ​ແລະ​ໝູ່ ຫຼື​ລວມໝູ່ ກາຣຢູ່​ລວມໝູ່​ກໍ່​ຄື​ ກາຣຢູ່​ກັນ​ແບບສັງຄົມ ເມື່ອ​ເປັນ

ສັງຄົມ ​ກໍ່​ມີ​ກາຣສື່ສານ​ທາງ​ກາຣ ​​ກາຣສື່ສານ​ທາງ​ກົງ ​ແລະ​ກາຣສື່ສານ​ທາງ​ອ້ອມ ​ແລະກາຣສື່ສານ​ມວນຊົນ

ກາຣສື່ສານ​ທາງ​ກົງ​ນີ້​ ກໍ່​ເປັນ​ເຣື້ອງສຳຄັນ ​ແຕ່​ບໍ່​ຈຳ​ເປັນ​ຕ້ອງ​ໃຊ້​ເຄື່ອງມື​ຫລາຍ ​​ແຕ່​ວ່າ ກາຣສື່ສານ ກັບ

ມວນ​ຊົນ​ນີ້ ຈຳ​ເປັນ​ຕ້ອງ​ອາສັຍ​ກາຣສື່ສານ. ​ດີໃວວາ.​ແລະ​ໄດ້ຜົນ ສມັຍ​ກ່ອນ ອາດ​ຊິຍ່າງ​ໄປ​ດ້ວຍ​ຕີນ ຕໍ່​ມາ

ໃຊ້ພາຫາ​ນະ​ເຊັ່ນ ກວຽນ ​ເຮືອ ຣົດ ທີ່​ສົ່ງຈົດໝາຍ- ​ແຕ່​ເມື່ອ​ມີ​ກາຣພັທນາ​ເທັກ​ໂນ​ຍີ ພັທນາຂຶ້ນ ພຣະສົງຄ໌

ກໍ່​ຕ້ອງ​ໃຊ້​ສື່ສານ ທີ່​ມັນ​ທັນ​ສມັຍ​ກັບ​ສັງຄົມ ​ແຕ່​ໃຊ້​ໃນ​ທາງ​ທີ່​ຖືກຕ້ອງ ​ເພື່ອ​ຄວາມ​ວອ່ງ​ໃວ​ແລະ​ປະ​ຫຍັດ ທັງ

ເວລາ​ ແລະ​ລົດຄ່າ​ໃຊ້​ຈ່າຍ​ລົງ ​ເຊັ່ນ​ໂທຣະສັບ​ເປັນ​ຕົ້ນ ຖ້າຖາມ​ວ່າ​ມັນ​ຈຳ​ເປັນບໍ ກໍ່​ຕ້ອງ​ຕອບ​ເປັນ​ສອງ​ຢ່າງ ຄື

1-ບໍ່​ຈຳ​ເປັນ ຖ້າ​ພຣະສົງຄ໌ ຢູ່​ອົງ​ດຽວ ​ແລະ​ບໍ່​ໄດ້​ຕິດ​ຕໍ່​ກັບ​ສັງຄົມ​ພາຍ​ນອກ

2-ຈຳ​ເປັນ ຫາກ​ພຣະສົງຄ໌ນັ້ນ ​ຢູ່​ເປັນ​ກຸ່ມ ​ແລະ​ມີ​ກາຣທຳ​ງານ ​ແລະ​ເຄື້ອ​ນ​ໃຫວ​ເພື່ອ​ສັງຄົມ

  ​ໃນ​ສອງ​ຂໍ້​ນັ້ນ ​ເປັນ​ຄຳ​ຕອບ​ແລ້ວ​ວ່າ ພຣະສົງຄ໌ຄວນ​ໃຊ້​ໂທຣະສັບ​ບໍ ຫຼື​ບໍ່ ໝາຍ​ຄວາມ​ວ່າ ຫາກ​ມີ​ກາຣ

ຈຳ​ເປັນ​ກໍ​ໃຊ້ ຫາກ​ບໍ່​ຈຳ​ເປັນ​ກໍ​ບໍ່​ຄວນ​ໃຊ້ ​ໃນ​ຫລັກກາຣຄວນ​ໃຊ້​ບໍ ຖ້າ​ສົມຄວນ​ ກໍ່​ໃຫ້ສຶກສາຕົນເອງເບິ່ງ

ຄວາມເປັນຈິງຂອງພຣະສົງຄ໌ ແຕ່ລະອົງຄ໌ວ່າ ມີພາລະແລະໜ້າທີ່ຈຳເປັນຫລາຍຫຼືນ້ອຍພຽງໃດ ທີ່ນີ້ມາ

ຕອບຄຳວ່າ ພຣະສົງຄ໌ໃຊ້ໂທຣະສັບຜິດບໍ່ ຫຼືບໍ່ ໃຫ້ເບິ່ງເຈຕນາ ຫາກພຣະສົງຄ໌ໃຊ້ໂທຣະສັບ ໄປໃນ

ທາງທີ່ຜິດ ກໍ່ຕ້ອງຜິດ ເຊັ່ນໃຊ້ໄປໃນທາງທີ່ບໍ່ແມ່ນກິດຂອງສົງຄ໌ ກໍ່ຍອ່ມຜິດ ຫາກໃຊ້ໄປໃນທາງກິດຂອງ

ສົງຄ໌ (ກິດອັນພັນທະ ແລະໜ້າທີ່ຂອງສັງຄົມ) ກໍ່ຍ່ອມບໍ່ຜິດ ທັງໄດ້ໄປເປັນປະໂຍດ ອັນເປັນສິ່ງເກື້ອ

ກຸນສັງຄົມດ້ວຍ ຍ່ອມຖືກຕ້ອງ

  ກາຣໃຊ້ໂທຣະສັບຜິດ ຫຼື ຖືກນີ້ ບໍ່ຈຳເປັນເນັ້ນ ສະເພາະພຣະສົງຄ໌ສາມະເນນເທົ່ານັ້ນ ແຕ່ປະຊາຊົນທົ່ວ

ໃປ ກໍ່ຄວນຈະສຶກສາວ່າ ເຂົາໃຊ້ໂທຣະສັບຜິດບໍ່ ຫຼື ຖືກ ຫາກເຂົາໃຊ້ໄປເພື່ອທຳລາຍສັງຄົມ ແລະປະເທສ

ຊາຕ ຕຣອດພຣະພຸທສາສນາ ກໍ່ຖືວ່າຜິດ ແຕ່ບໍ່ສະເພາະຜິດພຽງຢ່າງດຽວ ຍັງແຕະຕ້ອງເຖິງຄວາມໝັ້ນຄົງ

ແລະອະທິປະໄຕຍ໌ຂອງບ້ານເມືອງດ້ວຍ ປະຊາຊົນຄົນທຳມະດາຍິ່ງຜິດ ໂດຍບໍ່ມີທາງອະໄພ ແຕ່ຫາກໃຜໃຊ້

ໂທຣະສັບໄປໃນທາງທີ່ເປັນປະໂຍດຕົນ ​ແລະສັງຄົມແລະປະເທສຊາຕແລ້ວ ເຂົາຄົນນັ້ນກໍ່ໃຊ້ໂທຣະສັບຖືກ

  ຜູ້ຖາມຕໍ່ໄປອີກ ເອົາແລ້ວຂ້ານ້ອຍເຂົ້າໃຈແລ້ວ ເຣື້ອງໂທຣະສັບ ແຕ່ຍັງມີຄຳຖາມອີກວ່າ ພຣະສົງຄ໌ເບິ່ງ

ໂທຣະທັດ ແລະຫລິ້ນອີນເຕີເນດ ຜິດບໍ່ ຫຼືບໍ່ (ຕອບ) ກາຣໃຊ້ໂທຣະສັບ ກາຣເບິ່ງໂທຣະທັດ ແລະຫລິ້ນ

ອີນເຕີເນດ ຜິດບໍ່ ຫຼື ບໍ່ນັ້ນ ກໍ່ໃຫ້ເບິ່ງເຈຕນາ ຄັນ​ໃຊ້ໂທຣະສັບ ແລະ​ເບິ່ງໂທຣະທັດ ຖ້າໃຊ້ໃນທາງທີ່ຜິດ ກໍ່ຜິດ

ຖ້າ ໃຊ້ໃນທາງທີ່ຖືກກໍ່ຖືກ ຖ້າຫາກເບິ່ງແນວຜິດ ບໍ່ແມ່ນຜິດແຕ່ສະເພາະສິນ ແຕ່ຍັງຜິດກົດໝາຍບ້ານເມືອງ

ອີກ ຖ້າຫາກໃຊ້ໃນກາຣສຶກສາຄວາມຮູ້ຕາມໜ້າທີ່ ກໍ່ຍິ່ງເປັນຜົນດີ ຖ້າຫາກໃຊ້ໄປໃນທາງທີ່ຜິດ ເພື່ອທຳລາຍ

ຄົນໃນສັງຄົມ ແລະປະເທສຊາຕກໍ່ຍ່ອມຜິດ” ແລ້ວຖ້າຫາກພຣະສົງຄ໌ ໃຊ້ໂທຣະສັບ ເບິ່ງໂທຣະທັດ ແລະ

ຫລິ້ນອີນເຕີເນດ ຈະມີເວລາປະຕິບັຕທັມໄດ້ບໍ່ ອັນນີ້ຕ້ອງວ່າ ກາຣປະຕິບັຕທັມນັ້ນ ສາມາຖປະຕິບັຕໄດ້ ຫາກ

ພຣະສົງຄ໌ສາມະເນນ ຮູ້ຈັກພາວະຕົນ ຮູ້ຈັກແຍກວ່າ ຈະໃຊ້ສິ່ງເລົ່ານັ້ນໃນເວລາໃດ ແລະຈະເບິ່ງອັນໃດທີ່ຄວນ

ເບິ່ງ ແລະຈະປະຕິບັຕທັມໃນເວລາໃດ ຫາກພຣະສົງຄ໌ສາມະເນນ ສາມາຖທຳໜ້າທີ່ສອງຢ່າງ ຖືຄັນທະທຸຣະ

ແລະວິປັດສະນາ ທຸຣະໄດ້ສອງຢ່າງນັ້ນ ຍ່ອມເປັນທາງທີ່ຖືກ ແລະທີ່ຄວນນັ້ນແລ

 

            ​ໂດຍ ຊຽງ ສໍ​ຫາດ